OMIRAZO 20

ສ່ວນປະກອບ
Omeprazole……….20mg

ຂໍ້ບົ່ງໃຊ້
ໃຊ້ເພື່ອປ້ອງກັນ ແລະປິ່ນປົວບາດແຜໃນກະເພາະອາຫານ ແລະລໍາໄສ້ນ້ອຍ, ປິ່ນປົວອາການເຈັບແສບໃນກະເພາະ ຍ້ອນກົດໄຫຼຍ້ອນ, ປິ່ນປົວອາການຈຸກສຽບແໜ້ນທ້ອງ ຫຼັງຮັບປະທານອາຫານ, ປິ່ນປົວອາການຫຼັ່ງຂອງກົດໃນກະເພາະຫຼາຍເກີນໄປ ໃນກຸ່ມອາການຂອງ Zollinger-Ellison Syndrome (Gastrinoma).

ຂະໜາດບັນຈຸ: 20 ແຄັບຊູນ/ກ່ອງ, 500 ແຄັບຊູນ/ກ່ອງ.

ເລກທະບຽນ: 12 L 1051/23.
Download OMIRAZO 20 Drug Registration Certificate


ຊື່ທົ່ວໄປ:   Omeprazole enteric-coated capsules


ຊື່ຜະລິດຕະພັນ : OMIRAZO


ສ່ວນປະກອບ :  Omeprazole……….20mg


ຂໍ້ບົ່ງໃຊ້:
ໃຊ້ເພື່ອປ້ອງກັນ ແລະປິ່ນປົວບາດແຜໃນກະເພາະອາຫານ ແລະລໍາໄສ້ນ້ອຍ, ປິ່ນປົວອາການເຈັບແສບໃນກະເພາະ ຍ້ອນກົດໄຫຼຍ້ອນ, ປິ່ນປົວອາການຈຸກສຽບແໜ້ນທ້ອງ ຫຼັງຮັບປະທານອາຫານ, ປິ່ນປົວອາການຫຼັ່ງຂອງກົດໃນກະເພາະຫຼາຍເກີນໄປ ໃນກຸ່ມອາການຂອງ Zollinger-Ellison Syndrome (Gastrinoma).


ວິທີໃຊ້:
• ໃຊ້ກືນກິນ, ບໍ່ຄວນຫຍໍ້າຫຼືຄ້ຽວ.
• ປິ່ນປົວບາດແຜໃນກະເພາະ: ເລີ່ມຕົ້ນກິນ 20mg, ກິນ 1 ຫາ 2 ຄັ້ງ ຕໍ່ວັນ.
• ປິ່ນປົວອາການກົດໄຫຼຍ້ອນ: ໃຊ້ກິນ 20 ~ 60 mg ຕໍ່ຄັ້ງ, ກິນ 1 ຫາ 2 ຄັ້ງ ຕໍ່ວັນ.
• ປິ່ນປົວອາການ Zollinger-Ellison Syndrome: ໃຊ້ກິນ 60mg, ກິນຄັ້ງດຽວຕໍ່ວັນ, ສາມາດປັບປະລິມານໃນການກິນໄດ້ ເລີ່ມຈາກ 20 ~ 120mg ຕໍ່ວັນ ຕາມສະພາບຕົວຈິງຂອງຄົນເຈັບ, ການກິນແຄ່ລະຄັ້ງ ບໍ່ຄວນເກີນ 80mg.


ຂໍ້ຫ້າມໃຊ້:
• ຫ້າມໃຊ້ໃນຜູ້ແພ້ຢານີ້, ຫ້າມໃຊ້ໃນຄົນເຈັບທີ່ມີສະພາບໄຂ່ຫຼັງຊຸດໂຊມ, ຫ້າມໃຊ້ຢານີ້ກັບເດັກນ້ອຍ.


ຄຳເຕືອນ:
• ການໃຊ້ຢານີ້ ຮ່ວມກັບຢາປິ່ນປົວມະເຮັງໃນກະເພາະ ອາດເຮັດໃຫ້ຜົນການປິ່ນປົວຊ້າລົງ.
• ຄວນລະວັງໃນການນໍາໃຊ້ຢານີ້ ໃນຄົນເຈັບທີ່ເປັນພະຍາດ ຕັບ, ຫົວໃຈ, ກະດູກພຸ່ນ, ພະຍາດບ້າໝູ ໃນຄົນເຈັບທີ່ມີບັນຫາແມກນີຊຽມໃນເລືອດຕໍ່າ, ຄົນເຈັບທີ່ມີອາການເຈັບແສບໃນກະເພາະ ຊໍ່າເຮື້ອດົນເກີນສາມເດືອນ.
• ຫ້າມໃຊ້ຢານີ້ ໃນເດັກ ຍີງຖືພາ, ຍິງທີ່ລ້ຽງລູກດ້ວຍນົມແມ່ ການໃຊ້ຢານີ້ໃນເດັກແລະ ຜູ້ສູງອາຍຸ ຕ້ອງຕິດຕາມຢ່າງໃກ້ຊິດຕິດແທດຈາກທ່ານໝໍ.


ຜົນຂ້າງຄຽງ:
• ຜົນຂ້າງຄຽງທີ່ພົບມີ ປວດຫົວ, ຖອກທ້ອງ, ຮາກ, ເມື່ອຍ, ວິນວຽນ, ທ້ອງຜູກ, ເຈັບທ້ອງ, ທ້ອງອືດ. ບາງຄັ້ງພົບ ມີອາການວິນຫົວ, ງ້ວງນອນ, ອ່ອນເພຍ, ນອນບໍ່ຫຼັບ ມຶນຊາ, ຜີວຫນັງເປັນຜື່ນ ຄັນຄາຍ ກວດພົບຫນ້າທີ່ການທຳງານຂອງຕັບຜິດປົກກະຕິອື່ນໆ. ອາການທີ່ບໍ່ມັກພົບ hyperhidrosis, peripheral angioedema, hyponatremia.


ຮູບແບບ: ເປັນແຄັບຊູນສີແດງເຫຼືອງ.


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: 
• 1 ແຜງ ມີ 10 ແຄັບຊູນ, 1 ກັບມີ 2 ແຜງ.
• 1 ແຜງ ມີ 10 ແຄັບຊູນ, 1 ກັບມີ 50 ແຜງ.


ການເກັບຮັກສາ:
• ເກັບຮັກສາໃຫ້ປິດໃນກັບກ່ອງເດີມ, ປ້ອງກັນບໍ່ໃຫ້ຖືກແສງ ເກັບຮັກສາໄວ້ໃນອຸນຫະພູມຂອງຫ້ອງ ຕໍ່າກວ່າ 30℃.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ