Paratamol Compound

ສ່ວນປະກອບ
Paracetamol……………………………500mg
Chlorpheniramine maleate……….2mg
Phenylephrine HCL……………………10mg

ຂໍ້ບົ່ງໃຊ້
ໃຊ້ປິ່ນປົວອາການໄຂ້ຫວັດ, ຫຼຸດອາການນໍ້າມູກໄຫຼ, ຂະຫຍາຍຫຼອດເລືອດໃນດັງເຮັດໃຫ້ຫາຍໃຈສະດວກ, ຫຼຸດໄຂ້, ຫຼຸດອາການປວດຫົວ ແລະ ກ້າມເນື້ອຈາກການເປັນໄຂ້ຫວັດ.

ຂະໜາດບັນຈຸ: 20 ເມັດ/ກ່ອງ, 500 ເມັດ/ກ່ອງ.

ເລກທະບຽນ: 02 L 0947/23.
Download Paracetamol compound Tablets CertificateCPPC231003
Download Paracetamol compound Drug Registration Certificate


ຊື່ທົ່ວໄປ:  Paracetamol, Phenylephrine HCL, Chlorpheniramine maleate.


ຊື່ຜະລິດຕະພັນ:  Paratamol compound


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Paracetamol……………………………500mg
Chlorpheniramine maleate……….2mg
Phenylephrine HCL……………………10mg


ຂໍ້ບົ່ງໃຊ້:
ໃຊ້ປິ່ນປົວອາການໄຂ້ຫວັດ, ຫຼຸດອາການນໍ້າມູກໄຫຼ, ຂະຫຍາຍຫຼອດເລືອດໃນດັງເຮັດໃຫ້ຫາຍໃຈສະດວກ, ຫຼຸດໄຂ້, ຫຼຸດອາການປວດຫົວ ແລະ ກ້າມເນື້ອຈາກການເປັນໄຂ້ຫວັດ.


ວິທີໃຊ້:
• ເດັກອາຍຸ 12 ປີ ຂຶ້ນໄປ ຫຼື ຜູ້ໃຫຍ່ ກິນ 1 ເມັດ 3 ຄັ້ງຕໍ່ວັນ.
• ເດັກອາຍຸ 6-12 ປີ ກິນເຄິ່ງເມັດ 3 ຄັ້ງຕໍ່ວັນ.


ຂໍ້ຫ້າມໃຊ້:
• ຫ້າມໃຊ້ໃນຜູ້ປ່ວຍທີ່ມີຄວາມດັນເລືອດສູງ, ຜູ້ມີໂລກຫົວໃຈ, ຜູ້ມີຄວາມດັນໃນຕາສູງ, ຜູ້ເປັນໂລກໄທລອຍ, ຜູ້ເປັນເບົາຫວານ, ມີໂລກກ່ຽວກັບຕັບ, ໝາກໄຂ່ຫຼັງຊຸດໂຊມ, ຜູ້ມີບັນຫາກ່ຽວກັບຕ່ອມລູກໝາກ, ໜິ້ວຖົງບີ, ມີບັນຫາກ່ຽວກັບລະບົບຂັບຖ່າຍປັດສະວະ ຄວນປຶກສາແພດກ່ອນການນໍາໃຊ້.


ຄຳເຕືອນ:
ຫ້າມດື່ມເຫຼົ້າໃນເວລາໃຊ້ຢານີ້, ຫ້າມໃຊ້ຢານີ້ຮ່ວມກັບຢາແກ້ປວດຫຼຸດໄຂ້ອື່ນໆ. ຫ້າມໃຊ້ຢານີ້ໃນເວລາຂັບຂີ່ຍານພາຫະນະ ເນື່ອງຈາກພາໃຫ້ເຫງົານອນ.
• ຫ້າມໃຊ້ໃນແມ່ຍິງຖືພາ ຫຼື ແມ່ຍິງທີ່ກຳລັງລ້ຽງລູກດ້ວຍນ້ຳນົມແມ່.


ຜົນຂ້າງຄຽງ:
• ຢານີ້ອາດພາໃຫ້ເກີດ ອາການແຫ້ງ ບໍລິເວນ ຕາ-ດັງ-ປາກ.
• ອາດພາໃຫ້ເກີດອາການງ່ວງຊຶມ, ມຶນ ແລະ ງົງ.
• ເຮັດໃຫ້ລົບກວນລະບົບຂັບປັດສະວະ.
• ຄວາມຕື່ນເຕັ້ນໃນເດັກນ້ອຍ.


ຮູບແບບ: ຢາເມັດສີຂາວ.   


ວັນທີໝົດອາຍຸ:  24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:
•  ບັນຈຸ 2 ແຜງ, 1 ແຜ່ງມີ 10 ເມັດ.
•  ບັນຈຸ 50 ແຜງ, 1 ແຜ່ງມີ 10 ເມັດ.


ການເກັບຮັກສາ:
•  ເກັບໄວ້ບ່ອນບໍ່ມີແສງແດດ ແລະ ຄວາມຊຸ່ມ ທີ່ມີອຸນຫະພູມຕໍ່າກວ່າ 25ᵒC,ຄວນເກັບໄວ້ຫ່າງໄກຈາກເດັກ.
• ເກັບຮັກສາຢາ ຫ່າງໄກຈາກມືເດັກ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ