ຊື່ຜະລິດຕະພັນ: Paratamol
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Paracetamol……………………………………….500mg.
ຂໍ້ບົ່ງໃຊ້:
ແກ້ປວດ / ຫຼຸດໄຂ້ ສໍາລັບປິ່ນປົວອາການປວດເລັກນ້ອຍ ຫຼື ມີໄຂ້.
ວິທີໃຊ້:
• ຜູ້ໃຫຍ່ ກິນ 1g 3 ຫຼື 4ຄັ້ງ/ມື້, ຖ້າກໍລະນີຈໍາເປັນສູງສຸດບໍ່ຄວນເກີນ 4g/ມື້.
ຂໍ້ຫ້າມໃຊ້:
• ຄົນເຈັບທີ່ເປັນພະຍາດຕັບແຂງ ແລະ ຕ່ອມໝາກໄຂ່ຫຼັງຮ້າຍແຮງແມ່ນຫ້າມໃຊ້.
• ຜູ້ທີ່ແພ້ຢານີ້ແມ່ນຫ້າມໃຊ້.
ຄຳເຕືອນ:
- ຫ້າມໃຊ້ເປັນຢາລົດໄຂ້ເກີນ 3ມື້.
- ຫ້າມໃຊ້ເປັນຢາແກ້ປວດເກີນ 5ມື້.
- ແມ່ຍິງຖືພາ ແລະ ໃຫ້ນົມລູກຄວນໃຊ້ຢ່າງລະມັດລະວັງ.
- ຢ່າດື່ມເຫຼົ້າໃນຂະນະທີ່ໃຊ້ຢານີ້ຢູ່.
- ຫ້າມນໍາໃຊ້ໃນເດັກນ້ອຍທີ່ມີອາຍຸຕໍ່າກວ່າ 12 ປີ.
- ຖ້າໃຊ້ຢາອື່ນໆຢູ່ ໃຫ້ປຶກສາທ່ານໝໍກ່ອນທີ່ຈະນຳໃຊ້ຜະລິດຕະພັນຢານີ້.
ຜົນຂ້າງຄຽງ:
- ຜົນຂ້າງຄຽງທີ່ພົບເຫັນໜ້ອຍປະກອບມີ: ຜື່ນ, ພະຍາດລົມພິດ, ອາການໄຂ້ຂຶ້ນຈາກລິດຢາ ຫຼື ເມັດເລືອດຂາວຕ່ຳ.
- ຜົນຂ້າງຄຽງໄລຍະຍາວ ມີຄື: ຖ້າໃຊ້ຫຼາຍເກີນໄປອາດຈະເຮັດໃຫ້ເກີດຄວາມເສຍຫາຍຕໍ່ໝາກໄຂ່ຫຼັງ ຫຼື ຕັບ.
ຮູບແບບ: ຢາເມັດສີເຫຼືອງ.
ວັນທີໝົດອາຍຸ:18 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ:
• ບັນຈຸ 2 ແຜງ, 1 ແຜງ ມີ 10 ເມັດ.
• ບັນຈຸ 50 ແຜງ, 1 ແຜງ ມີ 10 ເມັດ.
ການເກັບຮັກສາ:
• ຕ້ອງເກັບໄວ້ໃນບ່ອນແຫ້ງທີ່ມີອຸນຫະພູມຕ່ໍາກວ່າ 25ᵒC.
• ເກັບຮັກສາຢາ ຫ່າງໄກຈາກມືເດັກ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ