ALITADA

ສ່ວນປະກອບ
Tadalafil………………………………20mg

ຂໍ້ບົ່ງໃຊ້
ຊ່ວຍບັນເທົາ ອາການຫຼັ່ງໄວ ໃນຜູ້ຊາຍ, ຊ່ວຍບັນເທົາ ອາການເສື່ອມສະມັດຕະພາບທາງເພດທີ່ເກີດຈາກຕ່ອມເທິງລູກໝາກໃຫຍ່ ໃນເພດຊາຍ.

ຂະໜາດບັນຈຸ: 2 ເມັດ/ກ່ອງ.

ເລກທະບຽນ: 10 L 1030/23

Download ALITADA Drug Registration Certificate


ຊື່ຜະລິດຕະພັນ: ALITADA


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Tadalafil……………………………………….20mg.


ຂໍ້ບົ່ງໃຊ້:
ຊ່ວຍບັນເທົາ ອາການຫຼັ່ງໄວ ໃນຜູ້ຊາຍ, ຊ່ວຍບັນເທົາ ອາການເສື່ອມສະມັດຕະພາບທາງເພດທີ່ເກີດຈາກຕ່ອມເທິງລູກໝາກໃຫຍ່ ໃນເພດຊາຍ.


ວິທີໃຊ້:
• ໃຊ້ໃນຜູ້ໃຫຍ່ ແລະໃນຜູ້ຊາຍໂດຍສະເພາະ, ໃຊ້ກິນ ໂດຍກິນວັນລະຄັ້ງ ຄັ້ງລະເມັດ, ກິນກ່ອນ 30 ນາທີ ກ່ອນຈະມີເພດສຳພັນ ກ່ອນຫຼືຫຼັງອາຫານກໍໄດ້, ບໍ່ຄວນໃຊ້ຢາຕິດຕໍ່ກັນທຸກວັນ.


ຂໍ້ຫ້າມໃຊ້:
• ຫ້າມກິນຢານີ້ ເມື່ອພົບວ່າ ມີອາການແພ້ຕໍ່ຕົວຢາ ຫຼືສ່ວນປະກອບຂອງຢານີ້ມາກ່ອນ.
• ເປັນໂລກຫົວໃຈ ທີ່ກຳລັງປິ່ນປົວດ້ວຍຢາ ໃນໝວດ Nitrates. ມີບັນຫາກ່ຽວກັບຄວາມດັນ, ມີຄວາມດັນເລືອດໃນປອດສູງ ກຳລັງໃຊ້ຢາໃນກຸ່ມ Riociguat ຫຼື ກຸ່ມ Alpha-blockers.
• ມີບັນຫາກ້າມເນື້ອຫົວໃຈຕາຍ, ຄວາມດັນສູງ, ຄວາມດັນຕໍ່າ. ມີບັນຫາກ່ຽວກັບໂລກຫົວໃຈ, ບັນຫາກ່ຽວກັບເລືອດ, ມີບັນຫາກ່ຽວກັບມະເຮັງ.
• ມີບັນຫາກ່ຽວກັບຕັບ,ໄຂ່ຫຼັງ, ຄວນປຶກສາແພດເພື່ອໃຫ້ໄດ້ການແນະນໍາສະເພາະເນື່ອງຈາກ.


ຄຳເຕືອນ:
• ບໍ່ຄວນນໍາໃຊ້ຢານີ້ ເພື່ອເປັນການປິ່ນປົວການເສື່ອມສະມັດຕະພາບທາງເພດ ບໍ່ເຫມາະສົມກັບຜູ້ມີບັນຫາກ່ຽວກັບຫົວໃຈ ແລະເສັ້ນເລືອດ, ຄົນເຈັບທີ່ມີອາການກ່ຽວກັບໂລກຫົວໃຈ ຖ້າໄດ້ນໍາໃຊ້ຢານີ້ ໃຫ້ຢຸດກິດຈະກຳທາງເພດ ຫຼີກເວັ້ນການມີເພດສຳພັນ ແລະ ໃຫ້ເຂົ້າປິ່ນປົວອາການທີ່ສຳພັນກັບໂລກຫົວໃຈກັບແພດໂດຍດ່ວນ.
• ຖ້ານໍາໃຊ້ຢານີ້ ແລ້ວເກີດມີອາການແໜ້ນໜ້າເອິກ ໃຫ້ເຂົ້າພົບແພດເພື່ອຮັບການປິ່ນປົວທັນທີ.


ຜົນຂ້າງຄຽງ:
• ອາການທີ່ມັກພົບ ອ່ອນເພຍ, ໜ້າບວມ, ເມື່ອຍໝົດແຮງ, ເຈັບປວດ.
• ມີບັນຫາຕໍ່ຫົວໃຈ ແລະ ເສັ້ນເລືອດ, ແໜ້ນໜ້າເອິກ, ເຈັບໜ້າເອິກ, ຄວາມດັນເລືອດຕໍ່າ, ກ້າມເນື້ອຫົວໃຈຕາຍ, ມີສະພາບຫົວໃຈສັ່ນ, ເປັນລົມ ຫມົດສະຕິ, ຫົວໃຈເຕັ້ນໄວ.
• ມີບັນຫາກ່ຽວກັບການຂັບຍ່ອຍລະລາຍອາຫານ ກວດພົບໜ້າທີ່ການທຳງານຂອງຕັບຜິດປົກກະຕິ, ປາກແຫ້ງ, ກືນລໍາບາກ, ຫຼອດອາຫານອັກເສບ, ກະເພາະອັກເສບ, ກວດພົບ Elevated r-glutamyl transferase (GGTP) ໃນເລືອດສູງ, ຖ່າຍແຫຼວ, ປຸ້ນທ້ອງ, ປວດທ້ອງ, ຮາກ.
• ບັນຫາກ້າມເນື້ອ ແລະ ກະດູກ: ປວດຂໍ້, ປວດກະດູກ.
• ມີບັນຫາທາງປະສາດ: ວິນຫົວ, ໝົດສະຕິ, ນອນບໍ່ຫລັບ, ສະລຶມສະລື, ວິນວຽນ
• ບັນຫາກ່ຽວກັບການຫາຍໃຈ: ຫາຍໃຈລໍາບາກ, ເລືອດດັງອອກ, ອັກເສບ.
• ບັນຫາກ່ຽວກັບຜິວໜັງແລະອະໄວຍະວະຕ່າງໆ: ຄັນ, ເປັນຜື່ນ, ອອກເຫື່ອ.
• ບັນຫາກ່ຽວກັບຕາມົວ, ມີບັນຫາໃນການໄຈ້ແຍກສີ, ເຫຍື່ອເມືອກຕາອັກເສບ, ປວດຕາ, ນໍ້າຕາໄຫຼຫຼາຍຂຶ້ນ, ເປືອກຕາບວມ.
• ບັນຫາກ່ຽວກັບການໄດ້ຍິນ: ສູນເສຍການໄດ້ຍິນທັນທີທັນໃດ, ຫູອື້.
• ຄວາມຜິດປົກກະຕິຂອງອະໄວຍະວະ: ເກີດການແຂງຕົວເພີ່ມຂຶ້ນຂອງອະໄວຍະວະເພດ ແລະ ແຂງຕົວຜິດປົກກະຕິ.


ຮູບແບບ: ຢາເມັດສີມ່ວງ.


ວັນທີໝົດອາຍຸ24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: 2 ເມັດ/ກ່ອງ.


ການເກັບຮັກສາ:
• ເກັບຮັກສາໄວ້ໃນສະຖານທີ່ເຢັນແລະແຫ້ງພາຍໃຕ້ອຸນຫະພູມ 30ᵒC ເພື່ອປ້ອງກັນຈາກແສງແດດ.
• ເກັບໄວ້ຫ່າງໄກຈາກເດັກນ້ອຍ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ