ALIDOUBLE

ສ່ວນປະກອບ
Tadalafil………………………………20mg
Dapoxetine…………………………..30mg

ຂໍ້ບົ່ງໃຊ້
• ເປັນຢາປະສົມ ປະກອບມີ ສານອອກລິດ ສອງຊະນິດຄື Dapoxetine ແລະ Tadalafil, ນໍາໃຊ້ເພື່ອບັນເທົາ ອາການດັ່ງລຸ່ມນີ້:
- ຊ່ວຍບັນເທົາ ອາການຫຼັ່ງໄວ ໃນຜູ້ຊາຍ.
- ຊ່ວຍບຳລຸງ ການເສື່ອມສະມັດຕະພາບທາງເພດ.
– pulmonary hypertension
- ຊ່ວຍຮັກສາ ຕ່ອມເທິງລູກໝາກໃຫຍ່ ໃນເພດຊາຍ.

ຂະໜາດບັນຈຸ: 2 ເມັດ/ກ່ອງ.

ເລກທະບຽນ: 10 L 1029/23

Download ALIDOUBLE Drug Registration Certificate


ຊື່ຜະລິດຕະພັນ: ALITADA


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Tadalafil……………………………………….20mg
Dapoxetine……………………………………30mg


ຂໍ້ບົ່ງໃຊ້:
• ເປັນຢາປະສົມ ປະກອບມີ ສານອອກລິດ ສອງຊະນິດຄື Dapoxetine ແລະ Tadalafil, ນໍາໃຊ້ເພື່ອບັນເທົາ ອາການດັ່ງລຸ່ມນີ້:
- ຊ່ວຍບັນເທົາ ອາການຫຼັ່ງໄວ ໃນຜູ້ຊາຍ.
- ຊ່ວຍບຳລຸງ ການເສື່ອມສະມັດຕະພາບທາງເພດ.
– pulmonary hypertension
- ຊ່ວຍຮັກສາ ຕ່ອມເທິງລູກໝາກໃຫຍ່ ໃນເພດຊາຍ.


ວິທີໃຊ້:
• ກິນ 1 ເມັດວັນລະຄັ້ງ ຫ້າມກິນສອງ ຫຼື ຫຼາຍຄັ້ງຕໍ່ວັນ.
• ກິນຢາໝົດຕາມດ້ວຍນໍ້າ ຫ້າມຫຍໍ້າ ຫຼື ຄ້ຽວ, ຫຼືປະຕິບັດຕາມການແນະນໍາຂອງແພດຜູ້ໃຫ້ການປິ່ນປົວ.
• ກິນຢາໜຶ່ງເມັດ ວັນລະຄັ້ງ ສຳລັບຜູ້ຊາຍ ທີ່ມີການເສື່ອມສະມັດຕະພາບທາງເພດ, ແນະນໍາໃຫ້ກິນຢາ 30 ນາທີກ່ອນຈະມີເພດສຳພັນ, ບໍ່ຄວນໃຊ້ຢາຕິດຕໍ່ກັນທຸກວັນ ເນື່ອງຈາກບໍ່ທັນໄດ້ມີການສຶກສາດ້ານຄວາມປອດໄພ ໃນການນໍາໃຊ້ໃນໄລຍະຍາວນານ.


ຂໍ້ຫ້າມໃຊ້:
• ຫ້າມໃຊ້ຢານີ້ໃນແມ່ຍິງ, ຢານີ້ ອາດເຮັດໃຫ້ມີອາການວິນວຽນຫົວ, ບໍ່ຄວນຂັບລົດໃນລະຫວ່າງໃຊ້ຢາ ອາດພາໃຫ້ເປັນອັນຕະລາຍໄດ້, ຫ້າມດື່ມເຫຼົ້າ ເພາະລິດຂອງເຫຼົ້າ ຈະພາໃຫ້ອາການວິນວຽນຫົວເພີ່ມຂຶ້ນ, ບໍ່ຄວນໃຊ້ຢານີ້ ກັບເດັກນ້ອຍ ເນື່ອງຈາກບໍ່ມີການສຶກສາປະສິດທິຜົນແລະຄວາມປອດໄພ, ຫ້າມໃຊ້ຢານີ້ໃນຄົນທີ່ມີອາການຊຶມເສົ້າ ທີ່ກຳລັງ ປິ່ນປົວ ດ້ວຍຢາທີ່ອອກລິດຕໍ່ MAO ຢ່າງໜ້ອຍ ຕ້ອງຢຸດໃຫ້ຢາກຸ່ມນີ້ ຜ່ານໄປ 14 ວັນ ຈຶ່ງແນະນໍາໃຫ້ໃຊ້.
• ໃນລະຫວ່າງການໃຊ້ຢາຫຼີກເວັ້ນການດື່ມເຫຼົ້າທຸກປະເພດ ເພາະອາດເປັນຜົນເຮັດໃຫ້ສະມັດຕະພາບ ໃນການແຂງຕົວຂອງອົງຄະຊາດຫຼຸດລົງ ຫ້າມໃຊ້ຢາ ຮ່ວມກັບຢາພື້ນເມືອງ ກຸ່ມ St John's wort plant (ທີ່ໃຊ້ປິ່ນປົວ ອາການຊຶມເສົ້າ).
• ຢານີ້ອາດພາໃຫ້ເກີດມີອາການສັ່ນ ແລະ ເກີດບັນຫາຕາມມາຫຼັງການນໍາໃຊ້ເຊັ່ນ: ການທຳງານຂອງຫົວໃຈ ແລະ ເສັ້ນເລືອດຫົວໃຈຜິດປົກກະຕິ, ມີບັນຫາຕໍ່ການທຳງານຂອງໄຂ່ຫຼັງ, ເກີດມີບັນຫາກ່ຽວກັບປອດ, ມີບັນຫາເພີ່ມໃນຜູ້ຕິດເຫຼົ້າ, ມີບັນຫາກ່ຽວກັບຕັບ, ມີອາການຊັກ, ມີບັນຫາການໄດ້ຍິນ, ມີບັນຫາໃນການເບິ່ງເຫັນ, ການແຂງຕົວຂອງອະໄວຍະວະເພດທີ່ແກ່ຍາວ ເຫຼົ່ານີ້ເປັນຕົ້ນ.


ຄຳເຕືອນ:
• ຫ້າມກິນຢານີ້ ເມື່ອພົບວ່າ ມີອາການແພ້ຕໍ່ຕົວຢາ ຫຼື ສ່ວນປະກອບຂອງຢານີ້ມາກ່ອນ. • ເມື່ອຢູ່ໃນສະພາວະຂ້າງລຸ່ມ ບໍ່ຄວນນໍາໃຊ້ຢານີ້ ເຊັ່ນ: ເປັນໂລກຫົວໃຈ ກຳລັງປິ່ນປົວດ້ວຍຢາ ໃນໝວດ Nitrates, ມີຄວາມດັນເລືອດໃນປອດສູງ ກຳລັງໃຊ້ຢາໃນກຸ່ມ Riociguat ຫຼື ກຸ່ມ Alpha-blockers, ມີບັນຫາກ້າມເນື້ອຫົວໃຈຕາຍ, ຄວາມດັນສູງ, ຄວາມດັນຕໍ່າ, ມີບັນຫາກ່ຽວກັບໂລກຫົວໃຈ, ບັນຫາກ່ຽວກັບເລືອດ, ມີບັນຫາກ່ຽວກັບມະເຮັງ, ມີບັນຫາກ່ຽວກັບຕັບ, ໄຂ່ຫຼັງ, ຮູບຮ່າງຂອງອົງຄະຊາດຜິດປົກກະຕິ, ບໍ່ຄວນນໍາໃຊ້ໃນຄົນທີ່ມີອາຍຸຕໍ່າກວ່າ 18 ປີ ຫຼືສູງກວ່າ 65 ປີ, ຫຼີກເວັ້ນການດື່ມເຫຼົ້າທຸກປະເພດ ໃນເວລາໃຊ້ຢານີ້. ຄວນປຶກສາແພດເພື່ອໃຫ້ການແນະນໍາສະເພາະເນື່ອງຈາກປະຕິກິລິຍາປໍລະປັກຂອງຢາຂຶ້ນກັບສະພາບອາການ ແລະ ສຸຂະພາບຂອງແຕ່ລະບຸກຄົນ.


ຜົນຂ້າງຄຽງ:
• ຜົນຂ້າງຄຽງທີ່ມັກເກີດ ປະກອບມີ: ເຈັບຫົວ, ເລືອດດັງອອກ, ວິນວຽນ, ປຸ້ນທ້ອງ, ອາຫານບໍ່ຍ່ອຍ, ໜ້າແດງ (ອອກຮ້ອນຕາມບໍລິເວນຫູ, ໃບໜ້າ, ຄໍ ແລະອື່ນໆ) ຮູ້ສຶກປາກແຫ້ງເຫຼົ່ານີ້ເປັນຕົ້ນ.


ຮູບແບບ: ຢາເມັດສີສົ້ມ.


ວັນທີໝົດອາຍຸ24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: 2 ເມັດ/ກ່ອງ.


ການເກັບຮັກສາ:
• ເກັບຮັກສາໄວ້ໃນສະຖານທີ່ເຢັນແລະແຫ້ງພາຍໃຕ້ອຸນຫະພູມ 30ᵒC ເພື່ອປ້ອງກັນຈາກແສງແດດ.
• ເກັບໄວ້ຫ່າງໄກຈາກເດັກນ້ອຍ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ