TENOFIR-300

ສ່ວນປະກອບ
Tenofovir Disoproxil Fumarate……………………………………….300mg

ຂໍ້ບົ່ງໃຊ້
• ໃຊ້ປ້ອງກັນການຕິດເຊື້ອ HIV ຮ່ວມກັບຢາຕ້ານໄວຣັສອື່ນໆ.
• ປ້ອງກັນເຊື້ອຫຼັງການສຳຜັດເຊື້ອ (PEP) ແລະ ປ້ອງກັນກ່ອນການສໍາຜັດ (PrEP) ຮ່ວມກັບ Lamivudine (3TC) ຫຼື Emtricitabine (FTC).

ຂະໜາດບັນຈຸ
30 ເມັດ/ກ່ອງ.

ເລກທະບຽນ: 12 L 0945/22

Download TENOFIR300 Drug Registration Certificate


ຊື່ຜະລິດຕະພັນ: TENOFIR-300


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Tenofovir Disoproxil Fumarate……………………………………….300mg


ຂໍ້ບົ່ງໃຊ້:
• ໃຊ້ປ້ອງກັນການຕິດເຊື້ອ HIV ຮ່ວມກັບຢາຕ້ານໄວຣັສອື່ນໆ.
• ປ້ອງກັນເຊື້ອຫຼັງການສຳຜັດເຊື້ອ (PEP) ແລະ ປ້ອງກັນກ່ອນການສໍາຜັດ (PrEP) ຮ່ວມກັບ Lamivudine (3TC) ຫຼື Emtricitabine (FTC).


ວິທີໃຊ້:
• ເດັກທີ່ມີນ້ຳໜັກ 35kg ຂຶ້ນໄປ ແລະ ຜູ້ໃຫຍ່ ກິນຄັ້ງລະ 1 ເມັດ/ມື້.
• ໄລຍະເວລາການປິ່ນປົວຂຶ້ນຢູ່ກັບປະສິດຕິພາບ ແລະ ຄວາມທົນທານຂອງຢາ TENOVIR.


ຂໍ້ຫ້າມໃຊ້:
• ຄວນໃຊ້ຢາດ້ວຍຄວາມລະມັດລະວັງຕໍ່ຄົນເຈັບທີ່ມີຄວາມບົກພ່ອງທາງໄຂ່ຫຼັງ.
• ຕິດຕາມກວດກາການເຮັດວຽກຂອງໄຂ່ຫຼັງ, ໃນກໍລະນີໄຂ່ຫຼັງຊຸດໂຊມ ໃຫ້ປ່ຽນໃຊ້ຢາຕ້ານໄວຣັສຊະນິດອື່ນ.
• ຫຼີກເວັ້ນການໃຊ້ຢາຮ່ວມກັບຢາຊະນິດອື່ນທີ່ມີຜົນກະທົບຕໍ່ ການເຮັດວຽກຂອງໄຂ່ຫຼັງ ໂດຍສະເພາະຢາທີ່ນອນໃນກຸ່ມເຫຼົ່ານີ້: Aminoglycosides ( ເຊັ່ນ: Gentamicin, Streptomycin ), Amphotericin B, Pentamidine ເປັນຕົ້ນ.


ຄຳເຕືອນ:
• ການໃຊ້ຮ່ວມກັບຢາປະເພດອື່ນ ຄວນນຳໃຊ້ດ້ວຍຄວາມລະມັດລະວັງ ແລະ ມີການຕິດຕາມການນຳໃຊ້ ໂດຍສະເພາະໃຊ້ຮ່ວມກັບຢາໃນກຸ່ມ NSAIDs, ລວມທັງການໃຊ້ຢາຮ່ວມກັບຢາຕ້ານໄວຣັສ ຊະນິດອື່ນໆ ເພາະອາດເກີດປະຕິກິລິຍາລະຫວ່າງຢາດ້ວຍກັນ.


ຜົນຂ້າງຄຽງ:
• ການໃຊ້ຢາໃນປະລິມານສູງ ອາດເຮັດໃຫ້ລະບົບຍ່ອຍອາຫານຜິດປົກກະຕິ ( ປຸ້ນທ້ອງ, ຮາກ, ຖອກທ້ອງ ແລະ ອື່ນໆ ). ວິນຫົວ, ອິດເມື່ອຍ, ຜິວໜັງເປັນຜື່ນ, ໄຂ່ຫຼັງຊຸດໂຊມ, ກະດູກເຊື່ອມ ( ກະດູກຫັກ-ແຕກ ) ແລະ ຕັບອ່ອນອັກເສບ.


ຮູບແບບ: ຢາເມັດສີຂາວ.


ວັນທີໝົດອາຍຸ24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: 1 ຂວດບັນຈຸ 30 ເມັດ.


ການເກັບຮັກສາ:
• ເກັບໄວ້ບ່ອນບໍ່ມີແສງແດດ ແລະ ຄວາມຊຸ່ມ ພາຍໃຕ້ອຸນຫະພູມ 25ᵒC ເກັບໄວ້ຫ່າງໄກຈາກເດັກ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ