SOTOKRAS

ສ່ວນປະກອບ
Sotorasib……………………………………….120mg

ຂໍ້ບົ່ງໃຊ້
SOTOKRASໃຊ້ປິ່ນປົວມະເຮັງປອດຊະນິດທີ່ບໍ່ຈັດໃນກຸ່ມຈຸລັງທີ່ມີຂະຫນາດນ້ອຍ (non-small cell lung cancer (NSCLC),ຫຼື ໃຊ້ໃນໄລຍະທີ່ມະເຮັງ ແຜ່ກະຈາຍແລ້ວ, ເຊິ່ງກົນໄກການອອກລິດຂອງມັນ ແມ່ນຢັບຢັ້ງການທຳງານແອນໄຊໃນກຸ່ມ RASGTPasefamily ໂດຍສະເພາະໃຊ້ໃນຜູ້ໃຫຍ່ທີ່ມີຈຸລັງ KRAS G12C-ທີ່ກາຍພັນແລ້ວຢານີ້ໄດ້ຮັບການອະນຸມັດທົດ ລອງໃຊ້ ຈາກ FDA ໃນຮູບແບບເລັ່ງດ່ວນ (EUA) ເຊິ່ງຄົນເຈັບດັ່ງກ່າວຢ່າງໜ້ອຍຕ້ອງໄດ້ຜ່ານການທົດລອງ ການປິ່ນປົວຢ່າງເປັນລະບົບມາກ່ອນແລ້ວເຊິ່ງມີຂໍ້ມູນສະແດງໃຫ້ເຫັນວ່າຜູ້ໄດ້ ຮັບການປິ່ນປົວແມ່ນຜູ້ທີ່ຜ່ານເກນການປະເມີນ ORR ແລະກຳນົດຢູ່ໃນລະຫວ່າງປະຕິລິຍາໂຕ້ຕອບຂອງຢາ (DOR) ການອະນຸຍາດໃຫ້ສືບ ຕໍ່ໃຊ້ແມ່ນອີງໃສ່ຜົນປະໂຫຍດ ການປິ່ນປົວທີ່ໄດ້ ຜ່ານການຢັ້ງຢືນໃນການທົດລອງຕົວຈິງທາງຄຼີນິກ.

ຂະໜາດບັນຈຸ
56 ເມັດ/ກ່ອງ.

ເລກທະບຽນ: 06 L 0981/23

Download SOTOKRAS Drug Registration Certificate


ຊື່ຜະລິດຕະພັນ: Sotokras


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Sotorasib……………………………………….120mg


ຂໍ້ບົ່ງໃຊ້:
• SOTOKRASໃຊ້ປິ່ນປົວມະເຮັງປອດຊະນິດທີ່ບໍ່ຈັດໃນກຸ່ມຈຸລັງທີ່ມີຂະຫນາດນ້ອຍ (non-small cell lung cancer (NSCLC),ຫຼື ໃຊ້ໃນໄລຍະທີ່ມະເຮັງ ແຜ່ກະຈາຍແລ້ວ, ເຊິ່ງກົນໄກການອອກລິດຂອງມັນ ແມ່ນຢັບຢັ້ງການທຳງານແອນໄຊໃນກຸ່ມ RASGTPasefamily ໂດຍສະເພາະໃຊ້ໃນຜູ້ໃຫຍ່ທີ່ມີຈຸລັງ KRAS G12C-ທີ່ກາຍພັນແລ້ວຢານີ້ໄດ້ຮັບການອະນຸມັດທົດ ລອງໃຊ້ ຈາກ FDA ໃນຮູບແບບເລັ່ງດ່ວນ (EUA) ເຊິ່ງຄົນເຈັບດັ່ງກ່າວຢ່າງໜ້ອຍຕ້ອງໄດ້ຜ່ານການທົດລອງ ການປິ່ນປົວຢ່າງເປັນລະບົບມາກ່ອນແລ້ວເຊິ່ງມີຂໍ້ມູນສະແດງໃຫ້ເຫັນວ່າຜູ້ໄດ້ ຮັບການປິ່ນປົວແມ່ນຜູ້ທີ່ຜ່ານເກນການປະເມີນ ORR ແລະກຳນົດຢູ່ໃນລະຫວ່າງປະຕິລິຍາໂຕ້ຕອບຂອງຢາ (DOR) ການອະນຸຍາດໃຫ້ສືບ ຕໍ່ໃຊ້ແມ່ນອີງໃສ່ຜົນປະໂຫຍດ ການປິ່ນປົວທີ່ໄດ້ ຜ່ານການຢັ້ງຢືນໃນການທົດລອງຕົວຈິງທາງຄຼີນິກ.


ວິທີໃຊ້:
• ປະລິມານປົກກະຕິຂອງຜູ້ໃຫຍ່ແມ່ນ 960ມກ ກິນ 1ຄັ້ງ/ມື້ ແລະການປິ່ນປົວແມ່ນຮັກສາໄວ້ຈົນກວ່າຈະເຫັນຜົນດີຂຶ້ນ ແລະບໍ່ມີພິດຫຼືອາການ ຂ້າງຄຽງທີ່ຮັບບໍ່ໄດ້.
• ປະລິມານຢາທີ່ແນະນໍາ: 960ມກ ກິນຄັ້ງດຽວຕໍ່ມື້ໂດຍຜ່ານການແນະນໍາ ຈາກທ່ານໝໍທີ່ໃຫ້ການປິ່ນປົວ.
• ສາມາດກິນຢານີ້ກ່ອນ ຫຼື ຫຼັງອາຫານກໍໄດ້.


ຂໍ້ຫ້າມໃຊ້:
• ສານອອກລິດ ແລະ ສ່ວນປະກອບຂອງມັນໃນຕົວຢານີ້ອາດເຮັດໃຫ້ມີອາການແພ້ໄດ້


ຄຳເຕືອນ:
• ການເກີດພິດເບື່ອຕໍ່ຕັບ : ກວດຕິດຕາມຫນ້າທີ່ການທຳງານຂອງຕັບທຸກ 3 ອາທິດ ໃນຊ່ວງແລກ 3 ເດືອນ, ຕໍ່ຈາກນັ້ນໃຫ້ລຸດລົງກວດເດືອນລະຄັ້ງ ຕາມອາການ ຕົວຈິງໃນໄລຍະການໃຊ້, ສາມາດດັດປັບການນໍາໃຊ້ດ້ວຍການລຸດຂະຫນາດ ຂອງຢາ ຫຼື ອາດຢຸດໃຊ້ຕາມອາການຮຸນແຮງທີ່ເກີດ.
• ອາການແໜ້ນໃນປອດ/ອັກເສບປອດ (Interstitial Lung Disease (ILD)/Pneumonitis): ເຮັດການກວດຕິດຕາມອາການສະແດງອອກ ຂອງປອດທີ່ຊຸດໂຊມລົງທີ່ເກີດຂຶ້ນໃໝ່ຫຼັງການໃຊ້ຢາຖ້າພົບໃຫ້ຢຸດໃຊ້ທັນທີຖ້າສົງໃສວ່າອາການດັ່ງກ່າວມີຜົນມາຈາກການໃຊ້ຢານີ້.


ຜົນຂ້າງຄຽງ:
• ອາການຂ້າງຄຽງສ່ວນໃຫຍ່ທີ່ພົບມີ: ຖອກທ້ອງອາດພົບເຫັນ (20%) ຂອງການນໍາໃຊ້, ປວດຕາມກ້າມເນື້ອ, ເມື່ອຍ, ມີອາການເປັນພິດຕໍ່ຕັບ ແລະໄອປະມານ (25%) ປະລິມານເມັດເລືອດຂາວ lymphocytes ລຸດລົງ, ເຮໂມໂກລບີນລຸດລົງ, ຫນ້າທີ່ການທຳງານຂອງຕັບ aspartate aminotransferase ເພີ່ມຂຶ້ນ, ພົບການ ເພີ່ມຂຶ້ນຂອງ alanine aminotransferase, ປະລິມານຂອງການຊຽມລຸດຕໍ່າລົງ,ປະລິມານ alkaline phosphatase ເພີ່ມຂຶ້ນ,ພົບ urine protein ຫຼື ໂປເຕອິນໃນປັດສະວະເພີ່ມຂຶ້ນ, ປະລິມານຂອງໂຊດຽມລຸດລົງ.


ຮູບແບບ: ຢາເມັດສີເຫຼືອງ.


ວັນທີໝົດອາຍຸ24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: •  56 ເມັດ/ກ່ອງ.


ການເກັບຮັກສາ:
• ຮັກສາໄວ້ໃນອຸນນະພູມຂອງຫ້ອງທົ່ວໄປ 20-25 ອົງສາ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ