ALIIVOSIDENIB

ສ່ວນປະກອບ
Ivosidenib……………………………………….250mg

ຂໍ້ບົ່ງໃຊ້
• ໃຊ້ເພື່ອປິ່ນປົວມະເຮັງເມັດເລືອດຂາວຊະນິດຮຸນແຮງທີ່ຖືກກວດພົບໃນການບົ່ງມະຕິຄັ້ງທຳອິດ, ຫລື ໃນກໍລະນີ ມະເຮັງເມັດເລືອດຂາວທີ່ກັບຄືນ ຫລື ແຜ່ລາມ ແລະຍັງໃຊ້ ປິ່ນປົວ ມະເຮັງທໍ່ນໍ້າບີ.

ຂະໜາດບັນຈຸ: 60 ເມັດ/ກ່ອງ.
ເລກທະບຽນ: 07 L 1130/24
Download ALIIVOSIDENIB Drug Registration Certificate


ຊື່ຜະລິດຕະພັນ: ALIIVOSIDENIB


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Ivosidenib……………………………………….250mg


ຂໍ້ບົ່ງໃຊ້:
ໃຊ້ເພື່ອປິ່ນປົວມະເຮັງເມັດເລືອດຂາວຊະນິດຮຸນແຮງທີ່ຖືກກວດພົບໃນການບົ່ງມະຕິຄັ້ງທຳອິດ, ຫລື ໃນກໍລະນີ ມະເຮັງເມັດເລືອດຂາວທີ່ກັບຄືນ ຫລື ແຜ່ລາມ ແລະຍັງໃຊ້ ປິ່ນປົວ ມະເຮັງທໍ່ນໍ້າບີ.


ວິທີໃຊ້:
• ໃຊ້ກິນວັນລະຄັ້ງ ໃນປະລິມານ 500 mg ສາມາດກິນກ່ອນຫລື ຫລັງອາຫານໄດ້, ໃຫ້ ສືບຕໍ່ນໍາໃຊ້ ຫາກພົບວ່າ ການປິ່ນປົວມີຜົນຄືບຫນ້າດີຂຶ້ນ ຫລືບໍ່ມີພິດເບື່ອຮຸນແຮງເກີດຂຶ້ນໃນລະຫວ່າງການໃຊ້, ໃນລະຫວ່າງນໍາໃຊ້ຢາ ບໍ່ຄວນ ຮັບປະທານອາຫານທີ່ມີໄຂມັນສູງ.
• ຖ້າພົບເຫັນການປ່ຽນແປງ ຄື້ນໄຟຟ້າຫົວໃຈ QTc ຫາກເພີ່ມສູງຂຶ້ນຮອດ 480-500 milliseconds, ຄວນຫລຸດຜ່ອນປະລິມານຢາລົງ ຫລື ອາດໃຫ້ຢຸດການນໍາໃຊ້ຢາ, ສຳລັບຄົນເຈັບທີ່ພົບເຫັນວ່າ ຄື້ນຫົວໃຈ QTc ມີຄວາມແກ່ຍາວ ແລະມີຜົນຕໍ່ການທໍາງານຂອງຫົວໃຈ ເຊິ່ງສາມາດມີຜົນກະທົບເຖິງຊີວິດ ຄວນໃຫ້ຢຸດການນໍາໃຊ້.


ຂໍ້ຫ້າມໃຊ້: ປະຈຸບັນ ຍັງບໍ່ທັນມີຂໍ້ມູນທີ່ກ່ຽວຂ້ອງໃນຂໍ້ຈໍາກັດການນໍາໃຊ້.


ຄຳເຕືອນ:
• ແມ່ຍິງຖືພາ, ເດັກນ້ອຍ ຄົນຊະລາ ການໃຊ້ຢາ ຄວນຢູ່ພາຍໃຕ້ການເບິ່ງແຍງຂອງແພດ.
• ແມ່ຍິງທີ່ກຳລັງລ້ຽງລູກດ້ວຍນ້ຳນົມແມ່ ມີຄວາມຈໍາເປັນໃນການໃຊ້ຢານີ້ ຄວນຢຸດການໃຫ້ນົມຕົນແກ່ເດັກ.
• ໃນຄົນເຈັບທີ່ມີ ຄື້ນຫົວໃຈ QTc ທີ່ແກ່ຍາວ.
• ຄົນເຈັບທີ່ເປັນ Guillain-Barré Syndrome: ຄວນມີການຕິດຕາມອາການຢ່າງໃກ້ຊິດ ໃນຊ່ວງໃຫມ່ໆໃນການນໍາໃຊ້.
• ຕິດຕາມກວດກາລະບົບປະສາດ ທີ່ພົວພັນການເຄື່ອນໄຫວ ແລະຄວາມຮູ້ສຶກ ໃນຄົນເຈັບທີ່ມີອາການ Guillain-Barré syndrome ຄວນຢຸດການນໍາໃຊ້ຫາກພົບເຫັນອາການຜິດປົກກະຕິ.


ຜົນຂ້າງຄຽງ:
• ຜົນຂ້າງຄຽງຂອງການໃຊ້ ກັບຄົນເຈັບທີ່ເປັນມະເຮັງເມັດເລືອດຂາວທີ່ຮຸນແຮງ ມັກພົບແມ່ນ ມີຄວາມອິດເມື່ອຍ, ປວດຕາມຂໍ່, ເມັດເລືອດຂາວຜິດປົກກະຕິ, ຖອກທ້ອງ, ມີອາການບວມ, ປຸ້ນທ້ອງ, ຫາຍໃຈບໍ່ສະດວກ, ເຫຍື່ອເມືອກເກີດການອັກເສບ, ຄື້ນໄຟຟ້າຫົວໃຈ ຊ່ອງ QTc ຍາວຜິດປົກກະຕິ, ເປັນຜື່ນຕາມຕົນໂຕ, ໄອ, ເບື່ອອາຫານ, ປວດຕາມກ້າມເນື້ອ, ທ້ອງຜູກ ແລະມີໄຂ້.
• ສ່ວນຜົນຂ້າງຄຽງທີ່ພົບໃນຄົນເຈັບທີ່ເປັນມະເຮັງທໍ່ນໍ້າບີ ມັກພົບ ອາການອິດເມື່ອຍ, ປຸ້ນທ້ອງ, ເຈັບຊ່ອງທ້ອງ, ຖອກທ້ອງ, ໄອ, ເບື່ອອາຫານ, ມີພາວະນໍ້າອັ່ງໃນຊ່ອງທ້ອງ, ຮາກ, ເລືອດຈາງ ແລະເປັນຜື່ນຕາມຕົນໂຕ.


ຮູບແບບ: ເມັດສີຟ້າ


ວັນທີໝົດອາຍຸ24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: 60 ເມັດຕໍ່ກ່ອງ.


ການເກັບຮັກສາ:
• ເກັບຮັກສາ ໃນອຸນຫະພູມຂອງຫ້ອງ 20-25℃.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ