ALIJI-3

ສ່ວນປະກອບ
Sofosbuvir…………………………………..400mg
Velpatasvir…………………………………..100mg

ຂໍ້ບົ່ງໃຊ້

ນໍາໃຊ້ເພື່ອປີ່ນປົວ ອາການຕິດເຊື້ອໄວຣັດຊີ ຕັບອັກເສບ (HCV genotype 1, 2, 3, 4, 5, ຫລື 6 ) ໃນຜູ້ໃຫຍ່ ແລະ ໃນເດັກທີ່ມີອາຍຸຫລາຍກວ່າ 3 ປີ.
• ໃນຄົນເຈັບທີ່ບໍ່ທັນມີອາການຕັບແຂງ ຫລື ກວດພົບມີອາການຕັບແຂງ (Compensated cirrhosis)
• ໃນຄົນເຈັບຕັບແຂງ ຊະນິດ Decompensated cirrhosis ໃຊ້ຮ່ວມກັບ Ribavirin

ຂະໜາດບັນຈຸ: 28 ເມັດ/ກ່ອງ.

ເລກທະບຽນ: 06 L 1125/24
Download Aliji-3 Drug Registration Certificate

ຊື່ຜະລິດຕະພັນ:   ALIJI-3


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Sofosbuvir…………………………………..400mg
Velpatasvir…………………………………..100mg


ຂໍ້ບົ່ງໃຊ້:
ນໍາໃຊ້ເພື່ອປີ່ນປົວ ອາການຕິດເຊື້ອໄວຣັດຊີ ຕັບອັກເສບ (HCV genotype 1, 2, 3, 4, 5, ຫລື 6 ) ໃນຜູ້ໃຫຍ່ ແລະ ໃນເດັກທີ່ມີອາຍຸຫລາຍກວ່າ 3 ປີ.
• ໃນຄົນເຈັບທີ່ບໍ່ທັນມີອາການຕັບແຂງ ຫລື ກວດພົບມີອາການຕັບແຂງ (Compensated cirrhosis)
• ໃນຄົນເຈັບຕັບແຂງ ຊະນິດ Decompensated cirrhosis ໃຊ້ຮ່ວມກັບ Ribavirin


ວິທີໃຊ້:
• ນຳໃຊ້ຮັບປະທານ, ໂດຍກິນຄັ້ງລະເມັດ ວັນລະຄັ້ງ ຕິດຕໍ່ກັນເປັນເວລາ 12 ອາທິດ. ການໃຊ້ຢາຮ່ວມກັບ Ribavirin ຄວນອີງຕາມການແນະນໍາຂອງແພດ ແລະ ອີງຕາມຂໍ້ມູນການແນະນໍາ ໃນການນໍາໃຊ້ຂອງ Ribavirin.
• ສາມາດກິນກ່ອນ ຫລື ຫລັງອາຫານໄດ້.


ຂໍ້ຫ້າມໃຊ້:
• ຄົນເຈັບທີ່ແພ້ຢານີ້ ຫລື ສ່ວນປະກອບ ໃນຕົວຢາ ຄວນຈໍາກັດໃນການນໍາໃຊ້.


ຄຳເຕືອນ:

  • ການໃຊ້ຢາສາມາດເກີດຄວາມສ່ຽງ ໃນການຕິດເຊື້ອ ໄວຣັດຕັບ ອັກເສບ ບີ ເພີ່ມຕື່ມ ເຮັດໃຫ້ເກີດການຕິດເຊື້ອຮ່ວມ HCV ແລະ HBV.
  • ການໃຊ້ຢານີ້ ບໍ່ຄວນໃຊ້ຮ່ວມກັບຢາກຸ່ມ Amiodarone ຈະພາໃຫ້ການເຕັ້ນຂອງຫົວໃຈຊ້າລົງ.
  • ບໍ່ຄວນໃຊ້ຢານີ້ຮ່ວມກັບ Potent P-gp inducers ແລະ ຢາກຸ່ມ Potent CYP inducers ເຮັດໃຫ້ຄວາມເປັນພິດຂອງຢາເພີ່ມຂຶ້ນ.
  • ການໃຊ້ຢາຮ່ວມກັບ Ribavirin ຕ້ອງໄດ້ຮັບການເຝົ້າລະວັງເປັນພິເສດ ແລະ ຕິດຕາມອາການສົນຂອງ Ribavirin ເພີ່ມຕື່ມ.
  • ໃນຍິງຖືພາ ຍິງທີ່ລ້ຽງລູກດ້ວຍນ້ຳນົມແມ່ ຄວນມີການລະມັດລະວັງໃນການນໍາໃຊ້.

ຜົນຂ້າງຄຽງ:
ປວດຫົວ, ເມື່ອຍ, ວິນວຽນ, ເລືອດຈາງ, ນອນບໍ່ຫລັບ ອື່ນໆ.


ຮູບແບບ:  ເມັດສີບົວ


ວັນທີໝົດອາຍຸ:  24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:
• 
28 ເມັດ/ກ່ອງ.


ການເກັບຮັກສາ:
• ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ