ARIMIDEX ANAR

ສ່ວນປະກອບ
Anastrozole ……………………………..1mg
ຂໍ້ບົ່ງໃຊ້

  • ຢານີ້ນໍາໃຊ້ໃນການປິ່ນປົວແມ່ຍິງໄວຫມົດປະຈໍາເດືອນທີ່ເປັນມະເຮັງເຕົ້ານົມ ທີ່ນໍາໃຊ້ຢາ Tamoxifen ລວມທັງການໃຊ້ຢາອື່ນ ໃນກຸ່ມ anti-estrogen ທີ່ບໍ່ມີປະສິດທິຜົນ ໃນການປິ່ນປົວຜ່ານມາ.
  • ໃຊ້ເປັນຢາເສີມ ໃນການປິ່ນປົວ ແມ່ຍິງ ໃນໄວຫມົດປະຈໍາເດືອນ ທີ່ເປັນມະເຮັງເຕົ້ານົມ ຫລື ຜົນການກວດ estrogen-positive ໃນມະເຮັງເຕົ້ານົມໄລຍະເລີ່ມຕົ້ນ.
  • ໃນຄົນທີ່ເປັນມະເຮັງເຕົ້ານົມທີ່ພົບວ່າມີ negative estrogen receptors ແລະມີ ການໃຊ້ Tamoxifen ໃຫ້ປະສິດທິຜົນດີ ໂດຍຜ່ານການຢືນຢັນທາງຫ້ອງແລັບ ກໍສາມາດນໍາໃຊ້ຢານີ້ເສີມເຂົ້າໃນການປິ່ນປົວ.

ຂະໜາດບັນຈຸ: 1 ກັບມີ 10 ແຜງ, 1 ແຜງມີ 10 ເມັດ, 1 ເມັດມີ 1 mg.

ເລກທະບຽນ: 07 L 1131/24.
Download ARIMIDEX ANAR Drug Registration Certificate

Brand name:  ARIMIDEX


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Anastrozole ……………………………..1mg


ຂໍ້ບົ່ງໃຊ້:

  • ຢານີ້ນໍາໃຊ້ໃນການປິ່ນປົວແມ່ຍິງໄວຫມົດປະຈໍາເດືອນທີ່ເປັນມະເຮັງເຕົ້ານົມ ທີ່ນໍາໃຊ້ຢາ Tamoxifen ລວມທັງການໃຊ້ຢາອື່ນ ໃນກຸ່ມ anti-estrogen ທີ່ບໍ່ມີປະສິດທິຜົນ ໃນການປິ່ນປົວຜ່ານມາ.
  • ໃຊ້ເປັນຢາເສີມ ໃນການປິ່ນປົວ ແມ່ຍິງ ໃນໄວຫມົດປະຈໍາເດືອນ ທີ່ເປັນມະເຮັງເຕົ້ານົມ ຫລື ຜົນການກວດ estrogen-positive ໃນມະເຮັງເຕົ້ານົມໄລຍະເລີ່ມຕົ້ນ.
  • ໃນຄົນທີ່ເປັນມະເຮັງເຕົ້ານົມທີ່ພົບວ່າມີ negative estrogen receptors ແລະມີ ການໃຊ້ Tamoxifen ໃຫ້ປະສິດທິຜົນດີ ໂດຍຜ່ານການຢືນຢັນທາງຫ້ອງແລັບ ກໍສາມາດນໍາໃຊ້ຢານີ້ເສີມເຂົ້າໃນການປິ່ນປົວ.

ວິທີໃຊ້:

  • ໃຫ້ຮັບປະທານວັນລະຄັ້ງ ຄັ້ງລະເມັດ (1mg). ໃນຄົນເຈັບທີ່ມີບັນຫາໃນການທຳງານຂອງຕັບ ໄລຍະຕົ້ນ ຫາ ປານກາງ, ລວມທັງຜູ້ມີບັນຫາ ການທຳງານຂອງຫມາກໄຂ່ຫລັງໃນລະດັບກາງ ການນໍາໃຊ້ຕົວຈິງ ບໍ່ຈໍາເປັນດັດປັບຂະຫນາດຂອງຢາ.

ຂໍ້ຫ້າມໃຊ້:
ຄວນຈໍາກັດການນໍາໃຊ້ໃນຄົນເຈັບດັ່ງລຸ່ມນີ້:

  • ແມ່ຍິງກ່ອນຫມົດປະຈໍາເດືອນ
  • ແມ່ຍິງກຳລັງຖືພາ ຫລື ລ້ຽງລູກດ້ວຍນ້ຳນົມແມ່.
  • ຄົນເຈັບທີ່ມີບັນຫາຫມາກໄຂ່ຫລັງຊຸດໂຊມຫນັກ ໂດຍສະເພາະກວດພົບເຫັນ creatinine clearance <20ml/ນາທີ.
  • ຄົນເຈັບທີ່ມີບັນຫາຕັບຊຸດໂຊມປານກາງເຖິງຂັ້ນຮຸນແຮງ.
  • ຄົນເຈັບທີ່ແພ້ຕໍ່ຢານີ້ ຫລືແພ້ສ່ວນປະກອບຂອງຢານີ້.

ຄຳເຕືອນ:

  • ຍັງບໍ່ທັນມີຂໍ້ມູນດ້ານຄວາມປອດໄພ ໃນການນໍາໃຊ້ຢານີ້ ໃນຄົນເຈັບທີ່ມີບັນຫາຂອງການຊຸດໂຊມ ຂອງຕັບແລະຫມາກໄຂ່ຫລັງຄວນມີການພິຈາລະນາ ແລະ ລະວັງໃນການນໍາໃຊ້.
  • ເມື່ອເກີດຂໍ້ສົງໃສ ໃນການພົບເຫັນເພີ່ມຂຶ້ນຂອງລະດັບຮໍໂມນອາດມີບັນຫາມາຈາກການຂາດຮອບປະຈໍາເດືອນເຮັດໃຫ້ສະພາບການຂາດການດຸ່ນດຽງຂອງຮໍໂມນໄດ້, ຄວນພິຈາລະນາຢຸດການນໍາໃຊ້.
  • ຄວນອ່ານຂໍ້ມູນການນໍາໃຊ້ຢາຢ່າງລະມັດລະວັງ ແລະ ໃຊ້ຕາມການແນະນໍາຂອງແພດທີ່ກ່ຽວຂ້ອງ.
  • ແນວໃດກໍ່ຕາມ, ຄົນເຈັບບາງຄົນໄດ້ຖືກລາຍງານວ່າມີອາການເມື່ອຍລ້າ ແລະ ຊຶມເສົ້າ ຄວນມີການລະວັງໃນການນໍາໃຊ້.
  • ເມື່ອອາການຂ້າງເທິງນີ້ຍັງຄົງຢູ່ ຄົນເຈັບຄວນເອົາໃຈໃສ່ເປັນພິເສດໃນເວລາຂັບລົດແລະການນຳໃຊ້ເຄື່ອງຈັກປະຕິບັດງານ.

ຜົນຂ້າງຄຽງ:

  • ບັນດາຜົນຂ້າງຄຽງສ່ວນໃຫຍ່ທີ່ພົບມີ: ການເກີດຜິວຫນັງແດງ, ຊ່ອງຄອດແຫ້ງ, ເກີດການຂັບລັ່ງ ນໍ້າມັນຂອງຕ່ອມໃຕ້ເສັ້ນຜົມຫລາຍກວ່າປົກກະຕິ ເຮັດໃຫ້ຜົມມັນ, ມີການປັ່ນປວນລະບົບລະລາຍ (ເບື່ອອາຫານ, ປຸ້ນທ້ອງ, ຮາກ, ຖອກທ້ອງ) ອິດເມື່ອຍ, ຊຶມເສົ້າ, ປວດຫົວ, ເປັນຜື່ນ ແລະອື່ນໆ ບັນດາຜົນຂ້າງຄຽງດັ່ງກ່າວ ຈະບໍ່ຮຸນແຮງ ຄົນເຈັບສ່ວນໃຫຍ່ສາມາດຮັບໄດ້.
  • ການນໍາໃຊ້ຢານີ້ພົບເຫັນ ການລາຍງານວ່າມີເລືອດອອກໃນມົດລູດເປັນບາງຄັ້ງ ຍ້ອນການປ່ຽນຮູບແບບການປິ່ນປົວ ຈາກການນໍາໃຊ້ຮໍໂມນ ຖ້າພົບເຫັນອາການເລືອດໄຫລທາງມົດລູກ ຄວນພິຈາລະນາໃນການຢຸດການໃຊ້.
  • ໃນການປິ່ນປົວຄົນເຈັບທີ່ເປັນມະເຮັງເຕົ້ານົມ ພົບເຫັນການລາຍງານການປ່ຽນແປງສະພາບການທຳງານຂອງຕັບ (ເຊັ່ນ ການເພີ່ມຂຶ້ນ ຂອງອັງຊີມ transpeptidase ແລະ alkaline phosphatase), ແຕ່ຄົນເຈັບສ່ວນໃຫຍ່ ແມ່ນມີບັນຫາ ກ່ຽວກັບຕັບ ແລະ ກະດູກ ມາກ່ອນແລ້ວເຖິງບໍ່ທັນໃຫ້ຢາປິ່ນປົວກໍຕາມ. ການນໍາໃຊ້ຢານີ້ ຍັງພົບເຫັນການເພີ່ມຂຶ້ນ ຂອງລະດັບໄຂມັນໃນເລືອດ.

ຮູບແບບ:  ຢາເມັດສີຂາວ.


ວັນທີໝົດອາຍຸ:  24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: 1 ກັບມີ 10 ແຜງ, 1 ແຜງມີ 10 ເມັດ, 1 ເມັດມີ 1 mg.


ການເກັບຮັກສາ:

  • ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
  • ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.

ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ