ຊື່ຜະລິດຕະພັນ: ALIEMPAGLIFLOZIN+ALILINAGLIPTIN
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Empagliflozin………………………….10mg
Linagliptin……………………………….5mg
ຂໍ້ບົ່ງໃຊ້:
ໃຊ້ເພື່ອປິ່ນປົວພະຍາດເບົາຫວານ ປະເພດ 2 ຮ່ວມກັບ ການຄຸມອາຫານ ແລະ ການອອກກຳລັງກາຍ ເພື່ອປັບ ປຸງການຄວບຄຸມລະດັບນໍ້າຕານໃນເລືອດ, ເພື່ອຫຼຸດຜ່ອນອັດຕາການເສຍຊີວິດຈາກພະຍາດຫົວໃຈ ແລະເສັ້ນເລືອດ ໃນຜູ້ສູງອາຍຸ ທີ່ເປັນພະຍາດເບົາຫວານ ປະເພດ 2.
ວິທີໃຊ້:
- ນຳໃຊ້ພາຍໃຕ້ຄຳຊີ້ນຳຂອງແພດໝໍ.
- ໃຊ້ຮັບປະທານມື້ລະຄັ້ງ ຄັ້ງລະເມັດ ໃນຕອນເຊົ້າ ກິນກ່ອນ ຫຼື ຫຼັງອາຫານ.
ຂໍ້ຫ້າມໃຊ້:
- ຫ້າມໃຊ້ໃນຄົນແພ້ Empagliflozin, Linagliptin ຫລື ແພ້ສ່ວນປະກອບ ໃນຕົວຢານີ້.
- ໃນຄົນເຈັບທີ່ຟອກໝາກໄຂ່ຫຼັງ.
- ຄົນເຈັບທີ່ເປັນພະຍາດຕັບອັກເສບ
ຄຳເຕືອນ:
- ຢານີ້ບໍ່ເຫມາະສົມ ໃຊ້ໃນຄົນເຈັບທີ່ເປັນພະຍາດເບົາຫວານປະເພດ 1 ຫລື type I diabetes ketoacidosis.
- ໃຫ້ຢຸດນໍາໃຊ້ຢານີ້ທັນທີ ຫາກພົບເຫັນ ອາການກ່ຽວກັບມ້າມຜິດປົກກະຕິ (symptoms of pancreatitis appear).
- ໃຫ້ຮັບຊາບວ່າ ຜົນຂອງຢານີ້ ເຮັດໃຫ້ລະດັບນໍ້າຕານໃນເລືອດຕໍ່າໃນລະຫວ່າງການນໍາໃຊ້.
- ການໃຊ້ຢານີ້ ອາດພາໃຫ້ເກີດ ການຕິດເຊື້ອລາ ຕາມອົງຄະຕ່າງໆ.
- ບໍ່ແນະນໍາ ໃຫ້ໃຊ້ໃນແມ່ຍິງຖືພາ, ແມ່ຍິງລ້ຽງລູກດ້ວຍນ້ຳນົມແມ່.
- ການໃຊ້ຢາໃນເດັກ ແລະ ຄົນສູງອາຍຸຄວນໃຊ້ຢ່າງລະມັດລະວັງ.
ຜົນຂ້າງຄຽງ:
ການຕິດເຊື້ອຕາມທາງເດີນປັດສະວະ, ອັກເສບໂຜ້ງດັງ, ຕິດເຊື້ອ ທາງເດີນຂອງລະບົບຫາຍໃຈສ່ວນເທິງ.
ຮູບແບບ: ຢາເມັດສີຂາວ.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ: ບັນຈຸໃນກັບ, 1 ກັບມີ 2 ແຜງ, 1 ແຜງມີ 7 ເມັດ.
ການເກັບຮັກສາ:
- ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
- ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ







