ຊື່ຜະລິດຕະພັນ: ALIBERBE
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Berberine hydrochloride………………………….50mg
ຂໍ້ບົ່ງໃຊ້:
ໃຊ້ເພື່ອປິ່ນປົວການຕິດເຊື້ອໃນກະເພາະລໍາໄສ້ ທີ່ເປັນສາເຫດພາໃຫ້ ອັກເສບ ແລະຖອກທ້ອງ.
ວິທີໃຊ້:
- ຜູ້ໃຫຍ່: ໃຊ້ກິນ 2 ~ 6 ຄັ້ງ, ກິນສາມຄັ້ງ ຕໍ່ວັນ;
- ການໃຊ້ໃນເດັກ ພິຈາລະນາຕາມຕາຕະລາງຂ້າງລຸ່ມ:
ອາຍຸ (ປີ) ນໍ້າຫນັກ (KG) ປະລິມານທີ່ໃຊ້ (ເປັນເມັດ) ຈໍານວນຄັ້ງທີ່ກິນ(ໃນຫນື່ງວັນ) 1-3 10-15 1-2 3 4-6 16-21 2-3 7-9 22-27 3-4 10-12 28-32 4-5
ຂໍ້ຫ້າມໃຊ້:
- ຫ້າມໃຊ້ໃນຄົນເຈັບທີ່ເປັນພະຍາດເລືອດຈາງ ແລະຄົນເຈັບທີ່ຂາດເຂີນອັງຊີມ Glucose-6-phosphate dehydrogenase deficiency.
ຄຳເຕືອນ:
- ໃຊ້ດ້ວຍຄວາມລະມັດລະວັງ ໃນແມ່ຍິງຖືພາອ່ອນ ກ່ອນ 3 ເດືອນ.
- ກໍລະນີໃຊ້ເກີນປະລິມານທີ່ກຳນົດ ຫຼືມີອາການຂ້າງຄຽງທີ່ຮຸນແຮງເກີດຂຶ້ນໃຫ້ປຶກສາແພດທັນທີ.
- ຫ້າມໃຊ້ໃນຜູ້ແພ້ຢານີ້, ໃຊ້ດ້ວຍຄວາມລະມັດລະວັງໃນຄົນເຈັບທີ່ມີການແພ້.
- ການໃຊ້ຢານີ້ໃນເດັກຄວນມີການເຝົ້າລະວັງຕິດຕາມ ຈາກຜູ້ໃຫຍ່.
- ກໍລະນີມີການນໍາໃຊ້ຢາອື່ນຢູ່ ຄວນມີການປຶກສາແພດ ຫຼືເພສັດຊະກອນ ກ່ອນນໍາໃຊ້.
- ການໃຊ້ຢາໃນຜູ້ສູງອາຍຸ ຄວນປະຕິບັດຕາມການແນະນໍາຂອງແພດ.
ຜົນຂ້າງຄຽງ:
ການໃຊ້ຢາ ທາງການກິນ ບໍ່ຄ່ອຍພົບເຫັນອາການຂ້າງຄຽງ, ອາການຂ້າງຄຽງທີ່ເກີດຖືວ່າມີໜ້ອຍສຸດ ເຊັ່ນ: ປຸ້ນທ້ອງ, ຮາກ, ເປັນຜື່ນ, ມີອາການໄຂ້ ອາການເຫຼົ່ານັ້ນຈະຫາຍໄປ ເມື່ອຢຸດການນຳໃຊ້ຢາ.
ຮູບແບບ: ຢາເມັດສີນ້ຳຕານ.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ:
- 1 ກັບມີ 10 ແຜງ, 1 ແຜງມີ 10 ເມັດ
- 1 ກັບມີ 50 ແຜງ, 1 ແຜງມີ 10 ເມັດ
ການເກັບຮັກສາ:
- ເກັບຮັກສາໄວ້ໃນກັບກ່ອງເດີມ, ປິດຝາແຈບ, ຮັກສາໄວ້ໃນອຸນຫະພູມຫ້ອງ ບໍ່ໃຫ້ຖືກແສງ ເກັບໄວ້
- ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ








