ALIDAZOLE

ສ່ວນປະກອບ
Albendazole…………………………………….200mg
ຂໍ້ບົ່ງໃຊ້
ໃຊ້ເປັນຢາຂ້າແມ່ທ້ອງຕົວກົມ ແລະ ແມ່ທ້ອງຕົວເຂັມມຸດ.
ຂະໜາດບັນຈຸ:

  • 1 ກັບມີ 2 ແຜງ, 1 ແຜງມີ 2 ເມັດ.
  • 1 ກັບມີ 50 ແຜງ, 1 ແຜງມີ 2 ເມັດ.

ເລກທະບຽນ: 06 L 1124/24
Download ALIDAZOLE Drug Registration Certificate

ຊື່ຜະລິດຕະພັນ: ALIDAZOLE


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Albendazole…………………………………….200mg


ຂໍ້ບົ່ງໃຊ້:
ໃຊ້ເປັນຢາຂ້າແມ່ທ້ອງຕົວກົມ ແລະ ແມ່ທ້ອງຕົວເຂັມມຸດ.


ວິທີໃຊ້:
ໃຊ້ຖ່າຍພະຍາດ ຕົວກົມແລະຕົວເຂັມ ສຳລັບເດັກ ອາຍຸຫຼາຍກວ່າ 2 ປີ ຈົນເຖິງຜູ້ໃຫຍ່ ໃຊ້ກິນ 2 ເມັດ ຕໍ່ຄັ້ງ, ສ່ວນເດັກທີ່ມີອາຍຸຕໍ່າກວ່າ 2 ປີ ກິນຄັ້ງດຽວ 1 ເມັດ. ຮັບປະທານພຽງຄັ້ງດຽວ (ໃນການຮັກສາຕໍ່ຄັ້ງ). ເດັກນ້ອຍສາມາດບົດ ຫຼື ຫຍໍ້າແລ້ວປະສົມກັບນ້ຳເລັກໜ້ອຍກ່ອນກິນ.


ຂໍ້ຫ້າມໃຊ້:

  • ຫ້າມໃຊ້ໃນແມ່ຍິງຖືພາ ແລະ ແມ່ຍິງທີ່ກຳລັງລ້ຽງລູກດ້ວຍນ້ຳນົມແມ່, ແມ່ຍິງຢູ່ໃນລະຫວ່າງການຖືພາ ແລະເດັກນ້ອຍຕໍ່າກວ່າ 2 ປີ ຕ້ອງລະວັງ.
  • ຫ້າມໃຊ້ໃນຄົນເຈັບທີ່ມີບັນຫາຕັບ ແລະ ໄຂ່ຫຼັງຊຸດໂຊມ, ຄົນເຈັບທີ່ເປັນພະຍາດຫົວໃຈ, ຄົນເຈັບທີ່ເປັນບາດແຜຕາມຮ່າງກາຍ.

ຄຳເຕືອນ:

  • ຄົນເຈັບທີ່ມີ ບັນຫາ ໂປເຕອີນອອກໃນປັດສະວະ, ຜິວໜັງອັກເສບແຜ່ລາມ, ມີການຕິດເຊື້ອຢ່າງຮຸນແຮງ, ຄົນເຈັບເປັນພະຍາດບ້າໝູ ບໍ່ຄວນໃຊ້ຢານີ້.
  • ເມື່ອໃຊ້ຢານີ້ແລ້ວເກີດການ ປັ້ນ (ສຳລັບຄົນມີອາການບ້າໝູ), ເຈັບຫົວຢ່າງຮຸນແຮງ, ປຸ້ນທ້ອງ ຮາກ ມີບັນຫາດ້ານການເບິ່ງເຫັນ ຄວນພົບແພດໂດຍດ່ວນເພື່ອຮັບການປິ່ນປົວອາການທັນທີ.

ຜົນຂ້າງຄຽງ:

  • ອາການຂ້າງຄຽງທີ່ພົບ ສ່ວນຫຼາຍ ປະກອບມີ: ປຸ້ນທ້ອງ, ຮາກ, ຖອກທ້ອງ, ເຈັບກະເພາະ, ປາກແຫ້ງ, ເມື່ອຍ, ເປັນໄຂ້, ເປັນຜື່ນຕາມຜິວໜັງ, ວິນວຽນ, ເຈັບຫົວເຫຼົ່ານີ້ເປັນຕົ້ນ. ເຊິ່ງອາການເຫຼົ່ານີ້ຈະຫາຍໄປເມື່ອຢຸດໃຊ້ຢາ.
  • ບາງຄັ້ງການໃຊ້ຢານີ້ ສາມາດພົບ ແມ່ທ້ອງຕົວກົມອອກມາທາງປາກ.

ຮູບແບບ: ຢາເມັດສີຂາວ


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:

  • 1 ກັບມີ 2 ແຜງ, 1 ແຜງມີ 2 ເມັດ.
  • 1 ກັບມີ 50 ແຜງ, 1 ແຜງມີ 2 ເມັດ.

ການເກັບຮັກສາ:

  • ເກັບຮັກສາໃນ ພາສະນະບັນຈຸເດີມ.
  • ເກັບຮັກສາ ໃຫ້ຫ່າງຈາກມືເດັກ.

ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ