Brand name: ALISERPATINIB
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Selpercatinib………………………40mg
ຂໍ້ບົ່ງໃຊ້:
ເປັນຢານໍາໃຊ້ເພື່ອປິ່ນປົວມະເຮັງ ມີກົນໄກການອອກລິດ ຕໍ່ກັບ kinase inhibitor ເຊິ່ງເໝາະສົມໃນການນໍາໃຊ້ຄື:
- ນຳໃຊ້ປິ່ນປົວມະເຮັງ ຊະນິດ non-small cell lung cancer (NSCLC) ທີ່ກຳລັງຮຸກຮານສະເພາະທີ່ ຫລືເຊື້ອກຳລັງແຜ່ກະຈາຍແລ້ວ ໂດຍສະເພາະໃນຄົນເຈັບທີ່ກວດພົບເຫັນ transfection rearrangement (RET) gene.
- ນຳໃຊ້ປິ່ນປົວມະເຮັງໄທລອຍ, ມະເຮັງໄຂກະດູກ ທີ່ກຳລັງຮຸກຮານ ຫລື ແຜ່ກະຈາຍ ໃນຜູ້ໃຫຍ່, ເດັກນ້ອຍ ທີ່ມີອາຍຸເກີນ 12 ປີ ແລະ ໃນຜູ້ທີ່ຕ້ອງການໃຫ້ການປິ່ນປົວ.
- ເໝາະສົມນຳໃຊ້ປິ່ນປົວມະເຮັງໄທລອຍທີ່ກຳລັງຮຸກຮານ ຫລື ແຜ່ລາມ ແລະ ກວດພົບ RET fusion positive ໃນຜູ້ໃຫຍ່ ແລະ ໃນເດັກ ທີ່ເກີນ 12 ປີ ຜູ້ທີ່ມີຄວາມຈໍາເປັນໃນການປິ່ນປົວ ແລະ ຜູ້ທີ່ບໍ່ສະດວກໃນການປິ່ນປົວດ້ວຍການສາຍແສງດ້ວຍ radioactive iodine.
ວິທີໃຊ້:
- ປະລິມານໃນການນໍາໃຊ້ ຂຶ້ນກັບນໍ້າໜັກຂອງຮ່າງກາຍ, ປະລິມານນໍາໃຊ້ທີ່ແນະນໍາດັ່ງຂ້າງລຸ່ມຄື:
- ຜູ້ທີ່ມີນໍ້າໜັກຕໍ່າກວ່າ 50 kg: ນໍາໃຊ້ໃນປະລິມານ 120 mg ຮັບປະທານສອງຄັ້ງຕໍ່ວັນ.
- ຜູ້ທີ່ມີນໍ້າໜັກເກີນ 50 kg: ໃຊ້ໃນປະລິມານ 160 mg ຮັບປະທານສອງຄັ້ງຕໍ່ວັນ.
ສືບຕໍ່ປິ່ນປົວຈົນກວ່າຜົນການປິ່ນປົວຈະດີຂຶ້ນ ຫລື ພິຈາລະນາຢຸດນຳໃຊ້ກໍລະນີຄົນເຈັບບໍ່ສາມາດທົນຕໍ່ພິດຂອງຢາໄດ້.
- ຢານີ້ສາມາດຮັບປະທານກ່ອນ ຫຼື ຫລັງອາຫານໄດ້.
ຂໍ້ຫ້າມໃຊ້:
ບໍ່ຄວນນໍາໃຊ້ໃນຄົນເຈັບທີ່ແພ້ຕົວຢາ ຫລື ສ່ວນປະກອບໃດໆໃນຢານີ້.
ຄຳເຕືອນ:
- ການເກີດພິດເບື່ອຕໍ່ຕັບ: ອາດຫລຸດຜ່ອນປະລິມານຂອງຢາລົງ, ຫລື ພິຈາລະນາໃນການຢຸດເຊົານໍາໃຊ້ ຂຶ້ນກັບອາການຮຸນແຮງຂອງຜົນສະແດງອອກຂອງອາການພິດຕໍ່ຕັບ.
- ການເກີດບັນຫາຜິດປົກກະຕິຕໍ່ປອດ (Interstitial Lung Disease (ILD)/Pneumonitis): ອາດຫລຸດຜ່ອນປະລິມານຂອງຢາລົງ, ຫລື ພິຈາລະນາໃນການຢຸດເຊົານໍາໃຊ້ ຂຶ້ນກັບອາການຮຸນແຮງຂອງຜົນສະແດງອອກຂອງອາການເກີດພິດຕໍ່ປອດ.
- ຜົນກະທົບຕໍ່ ຄື້ນໄຟຟ້າຂອງຫົວໃຈ (QT Interval Prolongation): ຕິດຕາມການທຳງານຂອງຫົວໃຈໃນລະຫວ່າງການນໍາໃຊ້ຢາ ຖ້າພົບເຫັນບັນຫາເກີດຂຶ້ນ ໃຫ້ພິຈາລະນາໃນການຫລຸດຜ່ອນປະລິມານຢານໍາໃຊ້ ຫລືຢຸດຕິການໃຊ້ ຂຶ້ນກັບສະພາບຄວາມຮຸນແຮງຂອງອາການທີ່ເກີດ.
- ອາການສົນຈາກການສະຫລາຍຕົວຂອງຈຸລັງມະເຮັງຢ່າງໄວວາ (Tumor Lysis Syndrome): ໃຫ້ການຕິດຕາມຄົນເຈັບຢ່າງໃກ້ຊິດໃນລະຫວ່າງການນໍາໃຊ້ຢາປິ່ນປົວ ກໍລະນີພົບເຫັນອາການເກີດຂຶ້ນ ໃຫ້ການປິ່ນປົວ ຕາມອາການຢ່າງທັນທີ.
- ການທຳງານຜິດປົກກະຕິຂອງຕ່ອມໄທລອຍ (Hypothyroidism): ຕິດຕາມການທໍາງານຂອງຕ່ອມໄທລອຍກ່ອນການປິ່ນປົ່ວ ແລະ ໃນລະຫວ່າງການປິ່ນປົວ ຖ້າພົບບັນຫາທີ່ເກີດຂຶ້ນ ໃຫ້ລະງັບການນໍາໃຊ້ຢາຊົ່ວຄາວຈົນກວ່າ ອາການຈະປົກກະຕິ ຫລື ອາດພິຈາລະນາລະງັບການນໍາໃຊ້ ກໍລະນີພົບອາການຮຸນແຮງເກີດຂຶ້ນ.
- ການເປັນພິດເບື່ອຕໍ່ເດັກໃນຄັນ: ການນໍາໃຊ້ຢານີ້ ເປັນອັນຕະລາຍຕໍ່ເດັກໃນຄັນ ແນະນໍາໃຫ້ຄົນເຈັບຊາບກ່ອນໃຊ້ຢາ ຄວນມີການວາງແຜນຄອບຄົວ ແລະ ບໍ່ຄວນຖືພາໃນໄລຍະການຳໃຊ້ຢາ.
ຜົນຂ້າງຄຽງ:
ເກີດອາການບວມ, ອິດເມື່ອຍອອ່ນເພຍ, ຄວາມດັນເລືອດສູງ, ເຈັບທ້ອງ, ທ້ອງຜູກ ເມັດເລືອດຂາວ lymphocytes ຫລຸດລົງ, alanine aminotransferase (ALT) ເພີ່ມຂຶ້ນ, aspartate aminotransferase (AST) ເພີ່ມຂຶ້ນ , ເປັນຜື່ນຕາມຕົນໂຕ, ປວດຫົວ, ປຸ້ນທ້ອງ.
ຮູບແບບ: ແຄັບຊູນສີຟ້າ.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ: 120 ແຄັບຊູນ/ກ່ອງ.
ການເກັບຮັກສາ:
- ເກັບຮັກສາໄວ້ໃນກັບກ່ອງບັນຈຸເດີມ, ບໍ່ໃຫ້ຖືກແສງແດດ, ເກັບໄວ້ໃນຫ້ອງທີ່ມີອຸນຫະພູມລະຫວ່າງ 20℃-25℃.
- ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ






