ALLIBUFEN

ສ່ວນປະກອບ
Ibuprofen……………………………………………..400mg

ຂໍ້ບົ່ງໃຊ້
ບັນເທົາອາການປວດເລັກນ້ອຍຫາປານກາງ, ບັນເທົາອາການໄຂ້, ອາການປວດໃນປະດົງຂໍ້.

ຂະໜາດບັນຈຸ: 20 ເມັດ/ກ່ອງ, 500 ເມັດ/ກ່ອງ.

ເລກທະບຽນ: 10 L 0925/22.
Download Ibuprofen Tablets Certificate CBF231103
Download Ibuprofen Tablets Drug Registration Certificate


ຊື່ທົ່ວໄປ: Ibuprofen tablets


ຊື່ຜະລິດຕະພັນ: Allibufen Tablets


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Ibuprofen………………………………….400mg


ຂໍ້ບົ່ງໃຊ້: ບັນເທົາອາການປວດເລັກນ້ອຍຫາປານກາງ, ບັນເທົາອາການໄຂ້, ອາການປວດໃນປະດົງຂໍ້.


ວິທີໃຊ້:
•  ໃຊ້ບັນເທົາອາການປວດ, ຫຼຸດໄຂ້ ໃຊ້ໃນປະລິມານ 200-400ມກ ກິນ 3-4 ຄັ້ງຕໍ່ວັນ, ສູງສຸດບໍ່ໃຫ້ກິນເກີນ 1200ມກ/ວັນ. ໃຊ້ຕິດຕໍ່ກັນບໍ່ໃຫ້ເກີນ 8ວັນ, ສໍາລັບການໃຊ້ແກ້ປວດປະດົງ ມື້ໜຶ່ງບໍ່ໃຫ້ເກີນ 3200ມກ.


ຂໍ້ຫ້າມໃຊ້:
•  ຫ້າມໃຊ້ກັບເດັກຕ່ຳກວ່າ 3 ເດືອນ, ຄົນເຈັບທີ່ມີອາການແພ້ຢານີ້, ກະເພາະອັກເສບ, ມີບັນຫາກ່ຽວກັບການກ້າມຂອງເລືອດ, ເລືອດໄຫຼບໍ່ຢຸດ, ການຜ່າຕັດທີ່ມີຄວາມສ່ຽງໃນການເສຍເລືອດ, ກັບຄົນທີ່ມີຕັບ ແລະ ໝາກໄຂ່ຫຼັງຊຸດໂຊມ, ຄົນເຈັບທີ່ມີພະຍາດຫົວໃຈ, ຂາດສານອາຫານ, ພາວະຂາດນ້ຳ ຫຼື ຜູ້ຕິດເຊື້ອທີ່ມີອາການຮຸນແຮງ.
•  ຫ້າມໃຊ້ຢານີ້ໃນແມ່ຍິງຖືພາ.


ຄຳເຕືອນ:
•  ໃຫ້ໃຊ້ຢ່າງລະມັດລະວັງໃນຜູ້ສູງອາຍຸ ແລະ ຄົນເຈັບທີ່ມີພະຍາດຫອບຫືດ.
•  ຫ້າມໃຊ້ຮ່ວມກັບຢາ: methotrexate, anticoagulants ແລະ NSAIDs.
•  ໃຫ້ລະວັງ ແລະ ມີການຕິດຕາມການໃຊ້ຮ່ວມກັບຢາຂັບປັດສະວະ ແລະ ຢາກຸ່ມ angiotensin-converting Enzyme inhibitors (ຄວນດື່ມນໍ້າຫຼາຍໆເວລານໍາໃຊ້ຢານີ້ ເພື່ີອປ້ອງກັນພິດຕົກຄ້າງຕໍ່ໝາກໄຂ່ຫຼັງ).


ຜົນຂ້າງຄຽງ:
•  ອາດເຮັດໃຫ້ເກີດອາການແພ້, ເຈັບກະເພາະ, ເລືອດໄຫຼບໍ່ຢຸດ, ໝາກໄຂ່ຫຼັງຊຸດໂຊມ.


ຮູບແບບ: ຢາເມັດສີເຫຼືອງ.


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:
•  ບັນຈຸ 2 ແຜງ, 1 ແຜ່ງມີ 10 ເມັດ.
•  ບັນຈຸ 50 ແຜງ, 1 ແຜ່ງມີ 10 ເມັດ.


ການເກັບຮັກສາ:
•  ເກັບໄວ້ບ່ອນບໍ່ມີແສງແດດ ແລະ ຄວາມຊຸ່ມ ທີ່ມີອຸນຫະພູມຕ່ຳກວ່າ 25ᵒC.
• ເກັບຮັກສາຢາ ຫ່າງໄກຈາກມືເດັກ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ