ສ່ວນປະກອບ:
ໃນ 1 ແຄັບຊູນປະກອບດ້ວຍ:
Amoxycillin Trihydrate BP equivalent to Amoxycillin…………………. 500mg
ຂໍ້ບົ່ງໃຊ້:
ໃຊ້ປິ່ນປົວອາການອັກເສບເຊັ່ນ: ທາງເດີນປັດສະວະ, ທາງເດີນຫາຍໃຈ, ຫຼອດລົມ, ຫຼອດປອດ, ຫູສ່ວນກາງ, ແຂ້ວ, ກະດູກ. ໃຊ້ປິ່ນປົວພະຍາດຕິດແປດຂອງເດັກ, ພະຍາດຍິງ ແລະ ພະຍາດໜອງໃນ. ໃຊ້ກຳຈັດເຊື້ອ Helicobacter pylori. ໃຊ້ປ້ອງກັນກ້າມເນື້ອ ຫົວໃຈອັກເສບ
ວິທີໃຊ້:
• ໃຊ້ປິ່ນປົວ ການອັກເສບຢ່າງຮຸນແຮງຈາກການຕິດເຊື້ອ:
- ຜູ້ໃຫຍ່ ແລະ ເດັກອາຍຸເກີນ 10 ປີ: 1 ແຄັບຊູນ, ທຸກໆ 8 ຊົ່ວໂມງ
- ເດັກອາຍຸຕ່ຳກ່ວາ 10 ປີ: ½ ແຄັບຊູນ, ທຸກໆ 8 ຊົ່ວໂມງ
( ຫຼື ໃຊ້ຕາມຄໍາສັ່ງແພດ ).
• ໃຊ້ປິ່ນປົວ ທາງເດີນຫາຍໃຈອັກເສບຢ່າງຮຸນແຮງ ຫຼື ມີແຜເປັນໜອງຊຳເຮື້ອ: ຜູ້ໃຫຍ່: 6 ແຄັບຊູນ, ທຸກໆ 12 ຊົ່ວໂມງ.
• ແຂ້ວອັກເສບ ເປັນໜອງ:
ຜູ້ໃຫຍ່: 6 ແຄັບຊູນ, ກິນເພີ່ມອີກຄັ້ງໜຶ່ງພາຍຫຼັງ 8 ຊົ່ວໂມງ.
• ທາງເດີນປັດສະວະອັກເສບ:
ຜູ້ໃຫຍ່: 6 ແຄັບຊູນ, ກິນເພີ່ມອີກຄັ້ງໜຶ່ງພາຍຫຼັງ 10-12 ຊົ່ວໂມງ.
• ພະຍາດໜອງໃນ: ຜູ້ໃຫຍ່:6 ແຄັບຊູນ ຄັ້ງດຽວ.
• ອັກເສບ ຫູສ່ວນກາງ: ເດັກອາຍຸ 3-10 ປີ: 11/2 ແຄັບຊູນ, 2 ຄັ້ງຕໍ່ມື້ ສໍາລັບ 2 ມື້.
ຂໍ້ຫ້າມໃຊ້:
• ບໍ່ຄວນໃຊ້ກັບຄົນເຈັບທີ່ເຄີຍແພ້ຕໍ່ຢາ Penicillin.
ຄຳເຕືອນ:
• ຄວນໃຊ້ຢ່າງລະວັງກັບຄົນທີ່ເຄີຍແພ້ຢານີ້.
• ຄົນທີ່ມີໝາກໄຂ່ຫຼັງຊຸດໂຊມ
• ແມ່ຍິງຖືພາ ແລະ ລ້ຽງລູກດ້ວຍນົມແມ່.
ຜົນຂ້າງຄຽງ: ມີອາການ ປຸ້ນທ້ອງປວດຮາກ, ຮາກ, ຖອກທ້ອງ, ຄັນຕາມຕົນຕົວ (ມີອາການແພ້ຢ່າງຮຸນແຮງ ຫຼື ເກີດອາການເບື່ອ ຄວນຢຸດໃຊ້ຢານີ້). ອາການແພ້ຢ່າງຮຸນແຮງ ຈະເກີດຜື່ນແດງ ແລະ ສາມາດເກີດອາການຊັອກໄດ້.
ຮູບແບບ: ແຄັບຊູນສີນໍ້າຕານ-ສີເຫຼືອງ.
ວັນທີໝົດອາຍຸ: 3 ປີ ຫຼັງຈາກວັນຜະລິດ.
ຂະໜາດບັນຈຸ:
• ບັນຈຸ 10 ແຜງ, 1 ແຜງ ມີ 10ເມັດ.
ການເກັບຮັກສາ:
• ເກັບຢາໄວ້ບ່ອນທີ່ມີອຸນຫະພູມຕ່ຳກ່ວາ 30°C.
• ເກັບຮັກສາຢາ ຫ່າງໄກຈາກມືເດັກ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ