ALIBERBE

ສ່ວນປະກອບ
Berberine hydrochloride………………………….50mg
ຂໍ້ບົ່ງໃຊ້
ໃຊ້ເພື່ອປິ່ນປົວການຕິດເຊື້ອໃນກະເພາະລໍາໄສ້ ທີ່ເປັນສາເຫດພາໃຫ້ ອັກເສບ ແລະຖອກທ້ອງ.
ຂະໜາດບັນຈຸ:

  • 1 ກັບມີ 10 ແຜງ, 1 ແຜງມີ 10 ເມັດ
  • 1 ກັບມີ 50 ແຜງ, 1 ແຜງມີ 10 ເມັດ

ເລກທະບຽນ: 07 L 1132/24
Download ALIBERBE Drug Registration Certificate

ຊື່ຜະລິດຕະພັນ: ALIBERBE


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Berberine hydrochloride………………………….50mg


ຂໍ້ບົ່ງໃຊ້:
ໃຊ້ເພື່ອປິ່ນປົວການຕິດເຊື້ອໃນກະເພາະລໍາໄສ້ ທີ່ເປັນສາເຫດພາໃຫ້ ອັກເສບ ແລະຖອກທ້ອງ.


ວິທີໃຊ້:

  • ຜູ້ໃຫຍ່: ໃຊ້ກິນ 2 ~ 6 ຄັ້ງ, ກິນສາມຄັ້ງ ຕໍ່ວັນ;
  • ການໃຊ້ໃນເດັກ ພິຈາລະນາຕາມຕາຕະລາງຂ້າງລຸ່ມ:
    ອາຍຸ (ປີ) ນໍ້າຫນັກ (KG) ປະລິມານທີ່ໃຊ້ (ເປັນເມັດ) ຈໍານວນຄັ້ງທີ່ກິນ(ໃນຫນື່ງວັນ)
    1-3 10-15 1-2 3
    4-6 16-21 2-3
    7-9 22-27 3-4
    10-12 28-32 4-5

ຂໍ້ຫ້າມໃຊ້:

  • ຫ້າມໃຊ້ໃນຄົນເຈັບທີ່ເປັນພະຍາດເລືອດຈາງ ແລະຄົນເຈັບທີ່ຂາດເຂີນອັງຊີມ Glucose-6-phosphate dehydrogenase deficiency.

ຄຳເຕືອນ:

  • ໃຊ້ດ້ວຍຄວາມລະມັດລະວັງ ໃນແມ່ຍິງຖືພາອ່ອນ ກ່ອນ 3 ເດືອນ.
  • ກໍລະນີໃຊ້ເກີນປະລິມານທີ່ກຳນົດ ຫຼືມີອາການຂ້າງຄຽງທີ່ຮຸນແຮງເກີດຂຶ້ນໃຫ້ປຶກສາແພດທັນທີ.
  • ຫ້າມໃຊ້ໃນຜູ້ແພ້ຢານີ້, ໃຊ້ດ້ວຍຄວາມລະມັດລະວັງໃນຄົນເຈັບທີ່ມີການແພ້.
  • ການໃຊ້ຢານີ້ໃນເດັກຄວນມີການເຝົ້າລະວັງຕິດຕາມ ຈາກຜູ້ໃຫຍ່.
  • ກໍລະນີມີການນໍາໃຊ້ຢາອື່ນຢູ່ ຄວນມີການປຶກສາແພດ ຫຼືເພສັດຊະກອນ ກ່ອນນໍາໃຊ້.
  • ການໃຊ້ຢາໃນຜູ້ສູງອາຍຸ ຄວນປະຕິບັດຕາມການແນະນໍາຂອງແພດ.

ຜົນຂ້າງຄຽງ:

ການໃຊ້ຢາ ທາງການກິນ ບໍ່ຄ່ອຍພົບເຫັນອາການຂ້າງຄຽງ, ອາການຂ້າງຄຽງທີ່ເກີດຖືວ່າມີໜ້ອຍສຸດ ເຊັ່ນ: ປຸ້ນທ້ອງ, ຮາກ, ເປັນຜື່ນ, ມີອາການໄຂ້ ອາການເຫຼົ່ານັ້ນຈະຫາຍໄປ ເມື່ອຢຸດການນຳໃຊ້ຢາ.


ຮູບແບບ: ຢາເມັດສີນ້ຳຕານ.


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ:

  • 1 ກັບມີ 10 ແຜງ, 1 ແຜງມີ 10 ເມັດ
  • 1 ກັບມີ 50 ແຜງ, 1 ແຜງມີ 10 ເມັດ

ການເກັບຮັກສາ:

  • ເກັບຮັກສາໄວ້ໃນກັບກ່ອງເດີມ, ປິດຝາແຈບ, ຮັກສາໄວ້ໃນອຸນຫະພູມຫ້ອງ ບໍ່ໃຫ້ຖືກແສງ ເກັບໄວ້
  • ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.

ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ