ALIEMPAGLIFLOZIN+ALILINAGLIPTIN

ສ່ວນປະກອບ
Empagliflozin………………………….10mg
Linagliptin……………………………….5mg
ຂໍ້ບົ່ງໃຊ້
ໃຊ້ເພື່ອປິ່ນປົວພະຍາດເບົາຫວານ ປະເພດ 2 ຮ່ວມກັບ ການຄຸມອາຫານ ແລະ ການອອກກຳລັງກາຍ ເພື່ອປັບ ປຸງການຄວບຄຸມລະດັບນໍ້າຕານໃນເລືອດ, ເພື່ອຫຼຸດຜ່ອນອັດຕາການເສຍຊີວິດຈາກພະຍາດຫົວໃຈ ແລະເສັ້ນເລືອດ ໃນຜູ້ສູງອາຍຸ ທີ່ເປັນພະຍາດເບົາຫວານ ປະເພດ 2.
ຂະໜາດບັນຈຸ: ບັນຈຸໃນກັບ, 1 ກັບມີ 2 ແຜງ, 1 ແຜງມີ 7 ເມັດ.
ເລກທະບຽນ: 08 L 1176/24
Download ALIEMPAGLIFLOZIN+ALILINAGLIPTIN Drug Registration Certificate

ຊື່ຜະລິດຕະພັນ: ALIEMPAGLIFLOZIN+ALILINAGLIPTIN


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Empagliflozin………………………….10mg
Linagliptin……………………………….5mg


ຂໍ້ບົ່ງໃຊ້:
ໃຊ້ເພື່ອປິ່ນປົວພະຍາດເບົາຫວານ ປະເພດ 2 ຮ່ວມກັບ ການຄຸມອາຫານ ແລະ ການອອກກຳລັງກາຍ ເພື່ອປັບ ປຸງການຄວບຄຸມລະດັບນໍ້າຕານໃນເລືອດ, ເພື່ອຫຼຸດຜ່ອນອັດຕາການເສຍຊີວິດຈາກພະຍາດຫົວໃຈ ແລະເສັ້ນເລືອດ ໃນຜູ້ສູງອາຍຸ ທີ່ເປັນພະຍາດເບົາຫວານ ປະເພດ 2.


ວິທີໃຊ້:

  • ນຳໃຊ້ພາຍໃຕ້ຄຳຊີ້ນຳຂອງແພດໝໍ.
  • ໃຊ້ຮັບປະທານມື້ລະຄັ້ງ ຄັ້ງລະເມັດ ໃນຕອນເຊົ້າ ກິນກ່ອນ ຫຼື ຫຼັງອາຫານ.

ຂໍ້ຫ້າມໃຊ້:

  • ຫ້າມໃຊ້ໃນຄົນແພ້ Empagliflozin, Linagliptin ຫລື ແພ້ສ່ວນປະກອບ ໃນຕົວຢານີ້.
  • ໃນຄົນເຈັບທີ່ຟອກໝາກໄຂ່ຫຼັງ.
  • ຄົນເຈັບທີ່ເປັນພະຍາດຕັບອັກເສບ

ຄຳເຕືອນ:

  • ຢານີ້ບໍ່ເຫມາະສົມ ໃຊ້ໃນຄົນເຈັບທີ່ເປັນພະຍາດເບົາຫວານປະເພດ 1 ຫລື type I diabetes ketoacidosis.
  • ໃຫ້ຢຸດນໍາໃຊ້ຢານີ້ທັນທີ ຫາກພົບເຫັນ ອາການກ່ຽວກັບມ້າມຜິດປົກກະຕິ (symptoms of pancreatitis appear).
  • ໃຫ້ຮັບຊາບວ່າ ຜົນຂອງຢານີ້ ເຮັດໃຫ້ລະດັບນໍ້າຕານໃນເລືອດຕໍ່າໃນລະຫວ່າງການນໍາໃຊ້.
  • ການໃຊ້ຢານີ້ ອາດພາໃຫ້ເກີດ ການຕິດເຊື້ອລາ ຕາມອົງຄະຕ່າງໆ.
  • ບໍ່ແນະນໍາ ໃຫ້ໃຊ້ໃນແມ່ຍິງຖືພາ, ແມ່ຍິງລ້ຽງລູກດ້ວຍນ້ຳນົມແມ່.
  • ການໃຊ້ຢາໃນເດັກ ແລະ ຄົນສູງອາຍຸຄວນໃຊ້ຢ່າງລະມັດລະວັງ.

ຜົນຂ້າງຄຽງ:
ການຕິດເຊື້ອຕາມທາງເດີນປັດສະວະ, ອັກເສບໂຜ້ງດັງ, ຕິດເຊື້ອ ທາງເດີນຂອງລະບົບຫາຍໃຈສ່ວນເທິງ.


ຮູບແບບ:  ຢາເມັດສີຂາວ.


ວັນທີໝົດອາຍຸ:  24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: ບັນຈຸໃນກັບ, 1 ກັບມີ 2 ແຜງ, 1 ແຜງມີ 7 ເມັດ.


ການເກັບຮັກສາ:

  • ເກັບຮັກສາໄວ້ໃນກັບກ່ອງ ບັນຈຸເດີມ, ບໍ່ໃຫ້ຖືກແສງ ເກັບໄວ້ໃນຫ້ອງທີ່ມີ ອຸນຫະພູມ ລະຫວ່າງ 20℃-25℃.
  • ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.

ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ