ALISERPATINIB

ສ່ວນປະກອບ
Selpercatinib………………………40mg
ຂໍ້ບົ່ງໃຊ້

ເປັນຢານໍາໃຊ້ເພື່ອປິ່ນປົວມະເຮັງ ມີກົນໄກການອອກລິດ ຕໍ່ກັບ kinase inhibitor ເຊິ່ງເໝາະສົມໃນການນໍາໃຊ້ຄື:

  • ນຳໃຊ້ປິ່ນປົວມະເຮັງ ຊະນິດ non-small cell lung cancer (NSCLC) ທີ່ກຳລັງຮຸກຮານສະເພາະທີ່ ຫລືເຊື້ອກຳລັງແຜ່ກະຈາຍແລ້ວ ໂດຍສະເພາະໃນຄົນເຈັບທີ່ກວດພົບເຫັນ transfection rearrangement (RET) gene.
  • ນຳໃຊ້ປິ່ນປົວມະເຮັງໄທລອຍ, ມະເຮັງໄຂກະດູກ ທີ່ກຳລັງຮຸກຮານ ຫລື ແຜ່ກະຈາຍ ໃນຜູ້ໃຫຍ່, ເດັກນ້ອຍ ທີ່ມີອາຍຸເກີນ 12 ປີ ແລະ ໃນຜູ້ທີ່ຕ້ອງການໃຫ້ການປິ່ນປົວ.
  • ເໝາະສົມນຳໃຊ້ປິ່ນປົວມະເຮັງໄທລອຍທີ່ກຳລັງຮຸກຮານ ຫລື ແຜ່ລາມ ແລະ ກວດພົບ RET fusion positive ໃນຜູ້ໃຫຍ່ ແລະ ໃນເດັກ ທີ່ເກີນ 12 ປີ ຜູ້ທີ່ມີຄວາມຈໍາເປັນໃນການປິ່ນປົວ ແລະ ຜູ້ທີ່ບໍ່ສະດວກໃນການປິ່ນປົວດ້ວຍການສາຍແສງດ້ວຍ radioactive iodine.

ຂະໜາດບັນຈຸ:
120 ແຄັບຊູນ/ກ່ອງ.

ເລກທະບຽນ: 11 L 1233/24
Download ALISERPATINIB Drug Registration Certificate

Brand name: ALISERPATINIB


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Selpercatinib………………………40mg


ຂໍ້ບົ່ງໃຊ້:

ເປັນຢານໍາໃຊ້ເພື່ອປິ່ນປົວມະເຮັງ ມີກົນໄກການອອກລິດ ຕໍ່ກັບ kinase inhibitor ເຊິ່ງເໝາະສົມໃນການນໍາໃຊ້ຄື:

  • ນຳໃຊ້ປິ່ນປົວມະເຮັງ ຊະນິດ non-small cell lung cancer (NSCLC) ທີ່ກຳລັງຮຸກຮານສະເພາະທີ່ ຫລືເຊື້ອກຳລັງແຜ່ກະຈາຍແລ້ວ ໂດຍສະເພາະໃນຄົນເຈັບທີ່ກວດພົບເຫັນ transfection rearrangement (RET) gene.
  • ນຳໃຊ້ປິ່ນປົວມະເຮັງໄທລອຍ, ມະເຮັງໄຂກະດູກ ທີ່ກຳລັງຮຸກຮານ ຫລື ແຜ່ກະຈາຍ ໃນຜູ້ໃຫຍ່, ເດັກນ້ອຍ ທີ່ມີອາຍຸເກີນ 12 ປີ ແລະ ໃນຜູ້ທີ່ຕ້ອງການໃຫ້ການປິ່ນປົວ.
  • ເໝາະສົມນຳໃຊ້ປິ່ນປົວມະເຮັງໄທລອຍທີ່ກຳລັງຮຸກຮານ ຫລື ແຜ່ລາມ ແລະ ກວດພົບ RET fusion positive ໃນຜູ້ໃຫຍ່ ແລະ ໃນເດັກ ທີ່ເກີນ 12 ປີ ຜູ້ທີ່ມີຄວາມຈໍາເປັນໃນການປິ່ນປົວ ແລະ ຜູ້ທີ່ບໍ່ສະດວກໃນການປິ່ນປົວດ້ວຍການສາຍແສງດ້ວຍ radioactive iodine.

ວິທີໃຊ້:

  • ປະລິມານໃນການນໍາໃຊ້ ຂຶ້ນກັບນໍ້າໜັກຂອງຮ່າງກາຍ, ປະລິມານນໍາໃຊ້ທີ່ແນະນໍາດັ່ງຂ້າງລຸ່ມຄື:
    • ຜູ້ທີ່ມີນໍ້າໜັກຕໍ່າກວ່າ 50 kg: ນໍາໃຊ້ໃນປະລິມານ 120 mg ຮັບປະທານສອງຄັ້ງຕໍ່ວັນ.
    • ຜູ້ທີ່ມີນໍ້າໜັກເກີນ 50 kg: ໃຊ້ໃນປະລິມານ 160 mg ຮັບປະທານສອງຄັ້ງຕໍ່ວັນ.

ສືບຕໍ່ປິ່ນປົວຈົນກວ່າຜົນການປິ່ນປົວຈະດີຂຶ້ນ ຫລື ພິຈາລະນາຢຸດນຳໃຊ້ກໍລະນີຄົນເຈັບບໍ່ສາມາດທົນຕໍ່ພິດຂອງຢາໄດ້.

  • ຢານີ້ສາມາດຮັບປະທານກ່ອນ ຫຼື ຫລັງອາຫານໄດ້.

ຂໍ້ຫ້າມໃຊ້:
ບໍ່ຄວນນໍາໃຊ້ໃນຄົນເຈັບທີ່ແພ້ຕົວຢາ ຫລື ສ່ວນປະກອບໃດໆໃນຢານີ້.


ຄຳເຕືອນ:

  • ການເກີດພິດເບື່ອຕໍ່ຕັບ: ອາດຫລຸດຜ່ອນປະລິມານຂອງຢາລົງ, ຫລື ພິຈາລະນາໃນການຢຸດເຊົານໍາໃຊ້ ຂຶ້ນກັບອາການຮຸນແຮງຂອງຜົນສະແດງອອກຂອງອາການພິດຕໍ່ຕັບ.
  • ການເກີດບັນຫາຜິດປົກກະຕິຕໍ່ປອດ (Interstitial Lung Disease (ILD)/Pneumonitis): ອາດຫລຸດຜ່ອນປະລິມານຂອງຢາລົງ, ຫລື ພິຈາລະນາໃນການຢຸດເຊົານໍາໃຊ້ ຂຶ້ນກັບອາການຮຸນແຮງຂອງຜົນສະແດງອອກຂອງອາການເກີດພິດຕໍ່ປອດ.
  • ຜົນກະທົບຕໍ່ ຄື້ນໄຟຟ້າຂອງຫົວໃຈ (QT Interval Prolongation): ຕິດຕາມການທຳງານຂອງຫົວໃຈໃນລະຫວ່າງການນໍາໃຊ້ຢາ ຖ້າພົບເຫັນບັນຫາເກີດຂຶ້ນ ໃຫ້ພິຈາລະນາໃນການຫລຸດຜ່ອນປະລິມານຢານໍາໃຊ້ ຫລືຢຸດຕິການໃຊ້ ຂຶ້ນກັບສະພາບຄວາມຮຸນແຮງຂອງອາການທີ່ເກີດ.
  • ອາການສົນຈາກການສະຫລາຍຕົວຂອງຈຸລັງມະເຮັງຢ່າງໄວວາ (Tumor Lysis Syndrome): ໃຫ້ການຕິດຕາມຄົນເຈັບຢ່າງໃກ້ຊິດໃນລະຫວ່າງການນໍາໃຊ້ຢາປິ່ນປົວ ກໍລະນີພົບເຫັນອາການເກີດຂຶ້ນ ໃຫ້ການປິ່ນປົວ ຕາມອາການຢ່າງທັນທີ.
  • ການທຳງານຜິດປົກກະຕິຂອງຕ່ອມໄທລອຍ (Hypothyroidism): ຕິດຕາມການທໍາງານຂອງຕ່ອມໄທລອຍກ່ອນການປິ່ນປົ່ວ ແລະ ໃນລະຫວ່າງການປິ່ນປົວ ຖ້າພົບບັນຫາທີ່ເກີດຂຶ້ນ ໃຫ້ລະງັບການນໍາໃຊ້ຢາຊົ່ວຄາວຈົນກວ່າ ອາການຈະປົກກະຕິ ຫລື ອາດພິຈາລະນາລະງັບການນໍາໃຊ້ ກໍລະນີພົບອາການຮຸນແຮງເກີດຂຶ້ນ.
  • ການເປັນພິດເບື່ອຕໍ່ເດັກໃນຄັນ: ການນໍາໃຊ້ຢານີ້ ເປັນອັນຕະລາຍຕໍ່ເດັກໃນຄັນ ແນະນໍາໃຫ້ຄົນເຈັບຊາບກ່ອນໃຊ້ຢາ ຄວນມີການວາງແຜນຄອບຄົວ ແລະ ບໍ່ຄວນຖືພາໃນໄລຍະການຳໃຊ້ຢາ.

ຜົນຂ້າງຄຽງ:
ເກີດອາການບວມ, ອິດເມື່ອຍອອ່ນເພຍ, ຄວາມດັນເລືອດສູງ, ເຈັບທ້ອງ, ທ້ອງຜູກ ເມັດເລືອດຂາວ lymphocytes ຫລຸດລົງ, alanine aminotransferase (ALT) ເພີ່ມຂຶ້ນ, aspartate aminotransferase (AST) ເພີ່ມຂຶ້ນ , ເປັນຜື່ນຕາມຕົນໂຕ, ປວດຫົວ, ປຸ້ນທ້ອງ.


ຮູບແບບ: ແຄັບຊູນສີຟ້າ.


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: 120 ແຄັບຊູນ/ກ່ອງ.


ການເກັບຮັກສາ:

  • ເກັບຮັກສາໄວ້ໃນກັບກ່ອງບັນຈຸເດີມ, ບໍ່ໃຫ້ຖືກແສງແດດ, ເກັບໄວ້ໃນຫ້ອງທີ່ມີອຸນຫະພູມລະຫວ່າງ 20℃-25℃.
  • ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.

ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ