ALIENSIDIPINE

ສ່ວນປະກອບ
Enasidenib mesylate………………………………50mg
ຂໍ້ບົ່ງໃຊ້
ໃຊ້ປິ່ນປົວມະເຮັງເມັດເລືອດຂາວໃນຜູ້ໃຫຍ່ ທີ່ຮຸນແຮງກະທັນຫັນ ຫລື ມີການດື້ຕໍ່ຢາ ທີ່ກວດພົບເຫັນສັນຍານການກາຍພັນ isocitrate dehydrogenase-2 (IDH2).
ຂະໜາດບັນຈຸ: ບັນຈຸໃນກ່ອງ, 1 ກ່ອງມີ 30 ເມັດ.
ເລກທະບຽນ: 11 L 1273/24
Download ALIENSIDIPINE Drug Registration Certificate

ຊື່ຜະລິດຕະພັນ: ALIENSIDIPINE


ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Enasidenib mesylate………………………………50mg


ຂໍ້ບົ່ງໃຊ້:
ໃຊ້ປິ່ນປົວມະເຮັງເມັດເລືອດຂາວໃນຜູ້ໃຫຍ່ ທີ່ຮຸນແຮງກະທັນຫັນ ຫລື ມີການດື້ຕໍ່ຢາ ທີ່ກວດພົບເຫັນສັນຍານການກາຍພັນ isocitrate dehydrogenase-2 (IDH2).


ວິທີໃຊ້:
• ໃຊ້ຮັບປະທານໃນປະລິມານ 100 mg ວັນລະຄັ້ງ, ສາມາດຮັບປະທານກ່ອນ ຫລື ຫລັງອາຫານໄດ້.
• ປິ່ນປົວຈົນກວ່າການປິ່ນປົວຈະດີຂຶ້ນ ຫລື ພິຈາລະນາຢຸດຕິການນໍາໃຊ້.
• ສຳລັບຄົນເຈັບທີ່ບໍ່ມີພິດເບື່ອ ຫຼື ການລຸກລາມຂອງພະຍາດ, ຄວນຮັກສາຢ່າງນ້ອຍ 6 ເດືອນເພື່ອໃຫ້ມີເວລາສຳລັບການໃຫ້ຄວາມຄິດເຫັນຂອງແພດໝໍຕໍ່ກັບອາການ.
• ກືນກິນເມັດຢາ ທັງຫມົດເມັດ ຫ້າມຄ້ຽວຫຍໍ້າ ເມັດຢາ, ການກິນຢາ ຄວນກຳນົດຕາມເວລາກິນທີ່ແນ່ນອນໃນແຕ່ລະວັນ (ໄລຍະວ່າງການກິນ 24 ຊົ່ວໂມງ).


ຂໍ້ຫ້າມໃຊ້: ປະຈຸບັນ ຍັງບໍ່ທັນມີຂໍ້ມູນທີ່ກ່ຽວຂ້ອງໃນຂໍ້ຈໍາກັດການນໍາໃຊ້.


ຄຳເຕືອນ:
• ການໃຊ້ຢານີ້ ສາມາດເກີດບັນດາຜົນຂ້າງຄຽງຕ່າງໆ ເຊິ່ງອາດສາມາດພາໃຫ້ເສຍຊີວິດໄດ້ຫາກຂາດການຕິດຕາມ ແລະ ແກ້ໄຂຢ່າງທັນເວລາ, ເມື່ອເກີດບັນຫາ ແລະ ເຫັນການແພ້ຕ່າງໆຈາກການນໍາໃຊ້ຢາ ອາດສາມາດແກ້ດ້ວຍ corticosteroid therapy ແລະ ຕິດຕາມການທຳງານຂອງລະບົບໝູນວຽນເລືອດຈົນກວ່າອາການ ແລະ ບັນຫາຈະຫາຍໄປ.
• ການໃຊ້ຢານີ້ ສາມາດເປັນອັນຕະລາຍແກ່ເດັກໃນຄັນ, ຄວນແນະນໍາໃຫ້ຄົນເຈັບຊາບ ແລະ ບໍ່ຄວນໃຊ້ຢາໃນລະຫວ່າງການຖືພາ ຫລື ຄວນມີການວາງແຜນຄຸມກຳເນີດຢ່າງມີປະສິດທີຜົນ.
• ຢານີ້ບໍ່ສາມາດໃຊ້ກັບບັນດາຢາ ທີ່ມີການອອກລິດຕໍ່ກັບ Certain CYP1A2, CYP2C19, CYP3A, OATP1B1, OATP1B3 ແລະ BCRP ຖ້າມີຄວາມຈໍາເປັນໃນການນໍາໃຊ້ ຄວນມີການພິຈາລະນາລະອຽດ ແລະ ຮັບຮອງຄວາມປອດໄພໃນການນໍາໃຊ້.


ຜົນຂ້າງຄຽງ: ບັນຫາເມັດເລືອດຂາວຜິດປົກກະຕິ (Leukocytosis), ຖອກທ້ອງ, ປຸ້ນທ້ອງ, ຮາກ, ບໍ່ຢາກອາຫານ, ອາການກ້ອນ ພາວະ bilirubin ສູງ, ເນື້ອທຳລາຍໄວຜິດປົກກະຕິ, ບັນດາກຸ່ມອາການຕ່າງໆ ທີ່ແຕກຕ່າງກັນເກີດຂຶ້ນ.


ຮູບແບບ: ຢາເມັດສີເຫລືອງອ່ອນ ຫລື ສີເຫລືອງ ຮູບໄຂ່ ເຄືອບ


ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.


ຂະໜາດບັນຈຸ: ບັນຈຸໃນກ່ອງ, 1 ກ່ອງມີ 30 ເມັດ.


ການເກັບຮັກສາ:
• ເກັບຮັກສາໄວ້ໃນກັບກ່ອງບັນຈຸເດີມ, ບໍ່ໃຫ້ຖືກແສງແດດ, ເກັບໄວ້ໃນຫ້ອງທີ່ມີອຸນຫະພູມລະຫວ່າງ 20℃-25℃.
• ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.


ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ

ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.

ເພື່ອຄວາມປອດໄພຂອງທ່ານ:

ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ