ຊື່ຜະລິດຕະພັນ: ALIENTRECTINIB
ສ່ວນປະກອບ:
ໃນ 1 ເມັດປະກອບດ້ວຍ:
Entrectinib………………………………………..100mg
ຂໍ້ບົ່ງໃຊ້:
- ໃຊ້ປິ່ນປົວມະເຮັງປອດຊະນິດ non-small cell lung cancer (NSCLC) ໃນຜູ້ໃຫຍ່ ໃນໄລຍະທີ່ເຊື້ອແຜ່ລາມ ແລະ ກວດພົບ ROS1-positive.
- ຄົນເຈັບທີ່ມີອາຍຸ 1 ເດືອນຂຶ້ນໄປ ທີ່ກວດພົບເຫັນກ້ອນເນື້ອ ແລະ ປະກອບມີອາການດັ່ງລຸ່ມນີ້:
- ກວດພົບເຫັນຢີນ neurotrophic receptor tyrosine kinase (NTRK) ທີ່ຍັງບໍ່ຮູ້ ວ່າມີການກາຍພັນໃນການດື້ຕໍ່ຢາປິ່ນປົວ.
- ໃຊ້ໃນກຸ່ມຄົນເຈັບທີ່ເຊື້ອຮຸກຮານສະເພາະທີ່ ຫລື ໃນກຸ່ມຄົນທີພົບເຊື້ອມະເຮັງທີ່ແຜ່ກະຈາຍ ຫລື ໃນກຸ່ມຄົນເຈັບທີ່ຜ່ານການຜ່າຕັດ ແລະ ພົບວ່າ ເຊື້ອມະເຮັງໄດ້ມີການພັດທະນາໄປສູ່ເຊື້ອທີ່ມີຄວາມສັບສົນທີ່ຮ້າຍແຮງ.
- ໃຊ້ປ່ຽນແທນການປິ່ນປົວຮູບແບບຜ່ານມາອື່ນໆທີ່ບໍ່ໄດ້ຮັບຜົນ.
ວິທີໃຊ້:
- ຜູ້ໃຫຍ່: ໃຊ້ໃນປະລິມານ 600mg, ໃຫ້ຮັບປະທານວັນລະຄັ້ງ.
- ເດັກນ້ອຍທີ່ມີອາຍຸ 1 ຫາ 6 ເດືອນ, ນຳໃຊ້ໃນປະລິມານ 250mg/m2
- ເດັກນ້ອຍທີ່ມີອາຍຸ 6 ເດືອນຂຶ້ນໄປ ໃຊ້ໃນປະລິມານ 300mg/m2, ໃຫ້ຮັບປະທານວັນລະຄັ້ງ ອີງຕາມຕາຕະລາງ ນໍາໃຊ້ຢາຕາມຕາຕະລາງຂ້າງລຸ່ມນີ້:
| ຂະຫນາດຂອງຮ່າງກາຍ | ປະລິມານຢາ ນໍາໃຊ້ໃນແຕ່ລະວັນ |
| 1.11-1.50m2 | 400mg |
| ≥1.51m2 | 600mg |
- ຢານີ້ສາມາດຮັບປະທານກ່ອນ ຫລື ຫລັງອາຫານໄດ້.
- ໃຫ້ກືນກິນທັງຫມົດແຄັບຊູນ ບໍ່ຄວນຫຍໍ້າ ຫລື ຄ້ຽວຢາ.
- ໃຫ້ສືບຕໍ່ນໍາໃຊ້ຢາ ຈົນກວ່າຈະພົບຜົນການປິ່ນປົວດີຂຶ້ນ ຫລື ຢຸດໃຫ້ຢາຫາກພົບວ່າມີອາການເປັນພິດຢ່າງຮ້າຍແຮງທີ່ບໍ່ສາມາດຮັບໄດ້.
ຂໍ້ຫ້າມໃຊ້:
- ປະຈຸບັນ ຍັງບໍ່ທັນມີຂໍ້ມູນທີ່ກ່ຽວຂ້ອງໃນຂໍ້ຈໍາກັດການນໍາໃຊ້.
ຄຳເຕືອນ:
- ຫລີກເວັ້ນການໃຊ້ຢານີ້ຮ່ວມກັບຢາອື່ນທີ່ມີຜົນອອກລິດ ຕໍ່ CYP3A inhibitors ເຖິງຈະມີຜົນບໍ່ແຮງ ຫລື ແຮງກໍຕາມ. ກໍລະນີມີຄວາມຈໍາເປັນຕ້ອງໃຊ້ຢາຮ່ວມກັບກຸ່ມດັ່ງກ່າວ ໃຫ້ຫລຸດປະລິມານການນຳໃຊ້ຢານີ້ລົງ ແລະ ຄວນຈໍາກັດກອບເວລາໃນການໃຊ້ ບໍ່ໃຫ້ເກີນ 14 ວັນ.
- ຫລີກເວັ້ນການນໍາໃຊ້ຢານີ້ໃນຄົນເຈັບທີ່ມີບັນຫາພະຍາດຫົວໃຈ ທີ່ມີ prolong QTc interval ຜິດປົກກະຕິ.
- ລະມັດລະວັງ ການໃຊ້ໃນແມ່ຍິງຖືພາ ແມ່ຍິງທີ່ລ້ຽງລູກດ້ວຍນ້ຳນົມແມ່.
- ຄົນເຈັບທີ່ມີພາວະຫົວໃຈລົ້ມເຫຼວ ຫຼື ກະດູກຫັກ ຄວນນຳໃຊ້ດ້ວຍຄວາມລະມັດລະວັງ.
- ມີຄວາມສ່ຽງຕໍ່ລະບົບປະສາດສ່ວນກາງ, ຄວາມຜິດປົກກະຕິຂອງການເບິ່ງເຫັນ, ຄວາມເປັນພິດຕໍ່ຕັບ ຫຼື ພາວະກົດຢູລິກໃນເລືອດສູງຂຶ້ນ.
ຜົນຂ້າງຄຽງ:
ອ່ອນເພຍ, ທ້ອງຜູກ, ກະຫາຍນໍ້າ, ບວມ, ວິນວຽນ, ຖອກທ້ອງ, ປຸ້ນທ້ອງ, ບໍ່ສາມາດລະງັບຄວາມຮູ້ສຶກ, ຫາຍໃຈບໍ່ສະດວກ ປວດກ້າມເນື້ອ, ສະຕິປັນຍາບົກຜ່ອງ, ນໍ້າຫນັກເພີ່ມ, ໄອ, ຮາກ, ໄຂ້ຂຶ້ນສູງ, ປວດຂໍ່, ມີບັນຫາໃນການເບິ່ງເຫັນ.
ຮູບແບບ: ເປັນແຄັບຊູນ opaque HPMC ສີເຫລືອງ.
ວັນທີໝົດອາຍຸ: 24 ເດືອນ ຫຼັງຈາກວັນທີຜະລິດ.
ຂະໜາດບັນຈຸ:
- 60 ແຄັບຊູນ/ກ່ອງ.
ການເກັບຮັກສາ:
- ເກັບຮັກສາໄວ້ໃນກັບກ່ອງບັນຈຸເດີມ, ບໍ່ໃຫ້ຖືກແສງແດດ, ເກັບໄວ້ໃນຫ້ອງທີ່ມີອຸນຫະພູມລະຫວ່າງ 20℃-25℃.
- ເກັບໄວ້ໃຫ້ຫ່າງໄກຈາກມືເດັກນ້ອຍ.
ຂໍ້ຄວາມປະຕິເສດຄວາມຮັບຜິດຊອບ
ຂໍ້ມູນເທິງເວັບໄຊນີ້ກ່ຽວກັບຢາຂອງເຮົາແມ່ນມີຈຸດປະສົງເພື່ອການສຶກສາທົ່ວໄປເເທົ່ານັ້ນ ແລະ ບໍ່ຄວນຖືເປັນການແນະນຳທາງການແພດ, ການວິນິດໄສ ຫຼື ການປິ່ນປົວຈາກແພດຜູ້ຊ່ຽວຊານ. ຢ່າເບິ່ງຂ້າມຕໍ່ຄຳແນະນຳຂອງແພດຜູ້ຊ່ຽວຊານ ຫຼື ຊັກຊ້າໃນການເຂົ້າຮັບການຮັກສາ ຍ້ອນສິ່ງທີ່ໄດ້ອ່ານຈາກເວັບໄຊນີ້.
ເພື່ອຄວາມປອດໄພຂອງທ່ານ:
ຫ້າມວິນິດໄສຕົນເອງ ຫຼື ຮັກສາອາການໃດໆ ໂດຍອາໄສຂໍ້ມູນເທິງເວັບໄຊນີ້ພຽງຢ່າງດຽວ. ຖ້າຫາກທ່ານມີຄຳຖາມ ຫຼື ຂໍ້ກັງວົນກ່ຽວກັບຢາ ກະລຸນາ





