ການສົ່ງອອກ, ການໃຫ້/ຮັບສິດທິບັດ ແລະ ການຮ່ວມມືຂ້າມແດນ
Alliance ຮ່ວມມືກັບພັນທະມິດລະຫວ່າງປະເທດໃນການສະໜອງການສົ່ງອອກ, ການຮັບ ແລະ ໃຫ້ສິດທິບັດ, ແລະ ການຮ່ວມມືດ້ານເຕັກໂນໂລຊີ — ເພື່ອຂະຫຍາຍຂີດຄວາມສາມາດແບບຄົບວົງຈອນຂອງພວກເຮົາໃຫ້ກວ້າງໄກກວ່າປະເທດລາວ.
ຮູບແບບການຮ່ວມມືລະຫວ່າງປະເທດ
ການສະໜອງການສົ່ງອອກ
ສະໜອງຜະລິດຕະພັນຂອງ Alliance ເຂົ້າສູ່ຕະຫຼາດຂອງທ່ານພາຍໃຕ້ຂໍ້ຕົກລົງທີ່ເຫັນດີຮ່ວມກັນ.
ການໃຫ້/ຮັບສິດທິບັດ
ຮັບສິດທິບັດຜະລິດຕະພັນຂອງພວກເຮົາ, ຫຼື ໃຫ້ສິດທິບັດຜະລິດຕະພັນຂອງທ່ານເພື່ອການຜະລິດພາຍໃນທ້ອງຖິ່ນ.
ການຮ່ວມມືດ້ານເຕັກໂນໂລຊີ
ຮ່ວມມືດ້ານການພັດທະນາສູດຕຳລາຢາ, ສານເຄມີ ຫຼື ການບຳບັດຮັກສາຂັ້ນສູງ.
ການສ້າງຕັ້ງການຮ່ວມມື
ສຳຫຼວດຄວາມເໝາະສົມ
ປຶກສາຫາລືກ່ຽວກັບວັດຖຸປະສົງ, ຕະຫຼາດ ແລະ ຮູບແບບການຮ່ວມມືທີ່ເໝາະສົມ.
ຂໍ້ຕົກລົງ ແລະ ການກວດສອບຄວາມພ້ອມ
ປັບຄວາມເຂົ້າໃຈໃຫ້ກົງກັນກ່ຽວກັບຂອບເຂດ, ຄຸນນະພາບ ແລະ ຂໍ້ຕົກລົງທາງການຄ້າ.
ຂໍ້ຕົກລົງ
ສ້າງຫຸ້ນສ່ວນຢ່າງເປັນທາງການ ແລະ ວາງແຜນການດໍາເນີນງານ.
ເປີດຕົວ
ນໍາເອົາການຮ່ວມມືເຂົ້າສູ່ຕະຫຼາດໄປພ້ອມກັນ.
ພັນທະມິດແບບຄົບວົງຈອນທີ່ມີສັກກະຍະພາບທີ່ຫາຍາກ
ມີພັນທະມິດພຽງບໍ່ເທົ່າມານັ້ນໃນພູມິພາກທີ່ຮວມເອົາການປູກຝັງໃນຟາມຂອງຕົນເອງ, ການປຸງແຕ່ງທາງເຄມີ, ການຜະລິດແບບ GMP ແລະ ຫ້ອງປະຕິບັດການ ATMP ໄວ້ພາຍໃຕ້ກຸ່ມດຽວກັນ.
ການປະສານງານແບບຄົບວົງຈອນນັ້ນເຮັດໃຫ້ Alliance ເປັນຜູ້ຮ່ວມມືທີ່ມີສັກກະຍະພາບໂດດເດັ່ນເປັນເອກະລັກ — ຕັ້ງແຕ່ການສະໜອງສິນຄ້າໂພຄະພັນ ຈົນເຖິງການບໍາບັດຮັກສາຂັ້ນສູງ.
- ຮ່ວງໂສ້ອຸປະທານແບບຄົບວົງຈອນ ແລະ ປອດໄພ
- GMP ແລະ ມາດຕະຖານທີ່ສອດຄ່ອງກັບສາກົນ
- ສັກກະຍະພາບດ້ານການບໍາບັດຮັກສາຂັ້ນສູງ ແລະ ຜະລິດຕະພັນເຄມີ
ມາຮ່ວມຄົ້ນຫາໂອກາດການເປັນພັນທະມິດລະຫວ່າງປະເທດ
ຕິດຕໍ່ທີມງານພັນທະມິດຂອງພວກເຮົາເພື່ອເລີ່ມຕົ້ນການສົນທະນາ.